lo_ezk_text_ulb_l3/37/26.txt

1 line
1.2 KiB
Plaintext

\v 26 ເຮົາຈະ­ໃຫ້​ຄຳ­ຫມັ້ນ­ສັນ­ຍາ​ແຫ່ງສັນຕິສຸກກັບ​ພວກ­ເຂົາ. ມັນຈະເປັນສັນຍານິລັນດອນແກ່ພວກເຂົາ. ເຮົາຈະກໍ່ຕັ້ງພວກເຂົາ ແລະ ​ທະວີຄູນພວກເຂົາຂື້ນ ແລະ ຕັ້ງສະຖານນະມັດສະການຂອງເຮົາໄວ້ທ່າມກາງພວກເຂົາເປັນນິດ. \v 27 ບ່ອນ​ຢູ່ຂອງເຮົາຈະຢູ່ທ່າມກາງ​ພວກ­ເຂົາ; ເຮົາຈະ​ເປັນ​ພຣະ­ເຈົ້າ​ຂອງ​ພວກ­ເຂົາ, ແລະ ​ພວກ­ເຂົາ​ກໍ​ຈະ​ເປັນປະຊາຊົນຂອງ​ເຮົາ. \v 28 ແລ້ວ​ປະຊາຊາດທັງຫລາຍຈະຮູ້ວ່າ ເຮົາແມ່ນພຣະຢາເວ ຜູ້ຊຶ່ງໄດ້ແຍກອິດສະຣາເອນອອກ, ເມື່ອສະຖານນະມັດສະການບໍຣິສຸດຂອງເຮົາຢູ່ທ່າມກາງພວກເຂົາເປັນນິດ.'"