lo_ezk_text_ulb_l3/37/04.txt

1 line
1.4 KiB
Plaintext

\v 4 ແລ້ວ​ພຣະ­ອົງ​ຊົງ​ກ່າວກັບຂ້ານ້ອຍ​ວ່າ, “ຈົ່ງກ່າວ­ຄຳທຳນວາຍ​ຕໍ່​ກະ­ດູກ​ຫລ້ອນ​ເຫລົ່າ​ນີ້ ແລະ ກ່າວກັບ​ພວກ​ມັນວ່າ, 'ກະດູກແຫ້ງເອີຍ. ຈົ່ງ​ຟັງ​ພຣະ­ຄຳຂອງ​ພຣະຢາເວ. \v 5 ພຣະຢາເວອົງພຣະຜູ້ເປັນ­ເຈົ້າ​ຊົງ​ກ່າວ​ແກ່ກະດູກເຫລົ່າດັ່ງ­ນີ້ວ່າ: ​ເບິ່ງແມ໋! ເຮົາ​ກຳລັງຈະ​ລະບາຍ​ລົມ​ຫາຍ­ໃຈ​ເຂົ້າ­ໄປ​ໃນ​ພວກ​ເຈົ້າ, ແລະ ພວກເຈົ້າຈະ­​ມີຊີວິດ. \v 6 ເຮົາຈະໃສ່​ເສັ້ນ​ເອນໄວ້ເທິງພວກເຈົ້າ ແລະ ຈະເຮັດໃຫ້ເນື້ອຫນັງມາເທິງພວກເຈົ້າ. ​ເຮົາຈະປົກຄຸມເຈົ້າດ້ວຍເນື້ອ ແລະ ບັນຈຸລົມຫາຍໃຈໃນພວກເຈົ້າເພື່ອພວກເຈົ້າຈະມີຊີວິດຢູ່. ແລ້ວ​ພວກເຈົ້າ​ຈະ​ຮູ້­ວ່າ ເຮົາ ຄື​ພຣະຢາເວາ.'"