lo_ezk_text_ulb_l3/17/15.txt

1 line
1.4 KiB
Plaintext

\v 15 ແຕ່​ກະ­ສັດແຫ່ງເຢຣູຊາເລມໄດ້​ກະ­ບົດ​ຕໍ່ເຂົາ ໂດຍການ​ສົ່ງ​ຣາ­ຊະ­ທູດ​ໄປ​ຍັງ​ເອ­ຢິບ ​ດ້ວຍ​ຫວັງ­ວ່າ​ຈະ​ໄດ້​ມ້າຫລວງຫລາຍ ແລະ​ກອງ­ທັບ. ເຂົາຈະສຳເລັດຫລື? ເຂົາຜູ້ເຮັດສິ່ງເຫລົ່ານີ້ຈະຫນີພົ້ນຫລື? ຖ້າເຂົາລະເມີດພັນທະສັນຍາ ເຂົາຈະຫນີພົ້ນຫລື? \v 16 ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ! — ນີ້ເປັນຄຳປະກາດຂອງພຣະຢາເວ ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງກ່າວ​ວ່າ — ຜູ້ນັ້ນຈະ​ຕ້ອງ​ຕາຍ​ໃນສະຖານທີ່ຂອງກະສັດ ຜູ້ໄດ້ຕັ້ງເຂົາໃຫ້ເປັນກະສັດຢ່າງແນ່ນອນ, ກະສັດຜູ້ຊຶ່ງ​ຫມິ່ນ­ປະ­ຫມາດ​ຄຳສາບານຂອງເຂົາ, ແລະ ຜູ້ທີ່ໄດ້​ລະ­ເມີດ​ຕໍ່​ພັນທະ­ສັນ­ຍາ​. ເຂົາຈະຕາຍໃນກາງນະຄອນບາບີໂລນ.