lo_ezk_text_ulb_l3/46/16.txt

3 lines
2.5 KiB
Plaintext

ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ຖ້າ​ເຈົ້າ​ນາຍ​ນຳ​ເອົາ​ສ່ວນ​ໜຶ່ງ​ຂອງ​ມໍ­ລະ­ດົກ​ຂອງ​ເພິ່ນ​ມາ​ມອບ​ໃຫ້​ແກ່​ລູກ­ຊາຍ​ເປັນ​ຂອງ­ຂວັນ ກໍ​ໃຫ້​ຂອງ​ນັ້ນ​ຕົກ​ເປັນ​ຂອງ​ລູກ­ຊາຍ​ຂອງ​ເພິ່ນ​ໂດຍ​ມໍ­ລະ­ດົກ​ນັ້ນ​ເປັນ​ຊັບ­ສິນ​ຂອງ­ຕົນ​ຕາມ​ມໍ­ລະ­ດົກ
17 ແຕ່​ຖ້າ​ເພິ່ນ​ນຳ​ເອົາ​ສ່ວນ​ໜຶ່ງ​ຂອງ​ມໍ­ລະ­ດົກ​ຂອງ­ຕົນ​ມາ​ມອບ​ໃຫ້​ຄົນ­ໃຊ້​ຂອງ​ເພິ່ນ​ຄົນ​ໜຶ່ງ​ເປັນ​ຂອງ­ຂວັນ ຂອງ​ນັ້ນ​ຈະ​ເປັນ​ຂອງ​ຄົນ­ໃຊ້​ຈົນ​ເຖິງ​ປີ​ອິດ­ສະ­ຫລະ­ພາບ ແລ້ວ​ຂອງ​ນັ້ນ​ຈະ​ກັບ​ມາ​ເປັນ​ຂອງ​ເຈົ້າ​ນາຍ ສະ­ເພາະ​ລູກ­ຊາຍ​ຂອງ​ເພິ່ນ​ເທົ່າ​ນັ້ນ​ທີ່​ຈະ​ເກັບ​ສ່ວນ​ມໍ­ລະ­ດົກ​ຂອງ​ເພິ່ນ​ມາ​ເປັນ​ຂອງ­ຂວັນ​ໄດ້
18 ຫລາຍ­ກວ່າ​ນັ້ນ​ອີກ ເຈົ້າ​ນາຍ​ຈະ​ຍຶດ​ສິ່ງ­ໃດ​ອັນ​ເປັນ​ມໍ­ລະ­ດົກ​ຂອງ​ປະ­ຊາ­ຊົນ​ບໍ່­ໄດ້ ໂດຍ​ໄລ່​ປະ­ຊາ­ຊົນ​ອອກ​ໄປ​ຈາກ​ຊັບ­ສິນ​ທີ່​ດິນ​ຂອງ​ເຂົາ ແຕ່​ເພິ່ນ​ຈະ​ຕ້ອງ​ມອບ​ຊັບ­ສິນ​ຂອງ­ຕົນ​ເອງ​ໃຫ້­ເປັນ​ມໍ­ລະ­ດົກ​ແກ່​ລູກ­ຊາຍ​ຂອງ​ເພິ່ນ ເພື່ອ​ວ່າ​ຈະ​ບໍ່­ມີ​ປະ­ຊາ­ຊົນ​ຂອງ​ເຮົາ​ຈັກ​ຄົນ​ໜຶ່ງ​ທີ່​ຕ້ອງ​ຖືກ​ຂັບ­ໄລ່​ຈາກ​ກຳ­ມະ­ສິດ​ຂອງ­ຕົນ”