lo_ezk_text_ulb_l3/46/03.txt

3 lines
1.5 KiB
Plaintext

\v 3 \v 4 \v 5 ເຊັ່ນ​ດຽວ​ກັນ ປະ­ຊາ­ຊົນ​ແຫ່ງ​ແຜ່ນ­ດິນ​ຈະ​ນະ­ມັດ­ສະ­ການ​ຕໍ່​ພຣະ­ພັກ​ພຣະ­ຜູ້­ເປັນ­ເຈົ້າ​ຊື່​ທີ່​ທາງ​ເຂົ້າ​ປະ­ຕູ​ນັ້ນ ໃນ​ວັນ​ສະ­ບາ​ໂຕ ແລະ​ໃນ​ວັນ​ຂຶ້ນ​ຄ່ຳ
4 ເຄື່ອງ​ເຜົາ​ບູ­ຊາ​ທີ່​ເຈົ້າ​ນາຍ​ຈະ​ຖວາຍ​ແດ່​ພຣະ­ຜູ້­ເປັນ­ເຈົ້າ​ໃນ​ວັນ​ສະ­ບາ​ໂຕ­ນັ້ນ ຄື​ລູກ​ແກະ​ປາດ­ສະ­ຈາກ​ຕຳ­ໜິ​ຫົກ​ໂຕ ແລະ​ແກະ​ຜູ້​ປາດ­ສະ­ຈາກ​ຕຳ­ໜິ​ໂຕ​ໜຶ່ງ
5 ແລະ​ເຄື່ອງ­ບູ­ຊາ​ພືດ​ຜົນ​ເປັນ​ເມັດ​ທີ່​ຄູ່​ກັບ​ແກະ​ຜູ້­ນັ້ນ​ຄື​ແປ້ງ​ເອ­ຟາ​ໜຶ່ງ ແລະ​ເຄື່ອງ­ບູ­ຊາ​ພືດ​ຜົນ​ເປັນ​ເມັດ​ທີ່​ຄູ່​ກັບ​ລູກ​ແກະ​ນັ້ນ ກໍ​ສຸດ​ແຕ່​ເພິ່ນ​ຈະ​ສາ­ມາດ​ຖວາຍ​ໄດ້ ພ້ອມ­ກັບ​ນ້ຳ­ມັນ​ຮິນ​ໜຶ່ງ​ຕໍ່​ແປ້ງ​ໜຶ່ງ​ເອ­ຟາ