lo_ezk_text_ulb_l3/45/18.txt

3 lines
1.6 KiB
Plaintext

ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ໃນ​ວັນ­ທີ​ໜຶ່ງ​ຂອງ​ເດືອນ​ທີ​ໜຶ່ງ ເຈົ້າ​ຈົ່ງ​ເອົາ​ງົວ​ໜຸ່ມ​ທີ່​ປາດ­ສະ­ຈາກ​ຕຳ­ໜິ​ໂຕ​ໜຶ່ງ ແລະ​ເຈົ້າ​ຈົ່ງ​ຊຳ­ລະ​ສະ­ຖານ­ທີ່​ບໍ­ລິ­ສຸດ
19 ໃຫ້​ປະ­ໂລ­ຫິດ​ເອົາ​ເລືອດ​ຂອງ​ເຄື່ອງ­ບູ­ຊາ​ໄຖ່​ບາບ​ມາ​ນຳ ແລະ​ຈົ່ງ​ຊິດ​ໃສ່​ເສົາ​ປະ­ຕູ​ພຣະ­ວິ­ຫານ ທີ່​ຂັ້ນ​ສີ່​ແຈ​ຂອງ​ແທ່ນ​ບູ­ຊາ ແລະ​ເທິງ​ເສົາ​ປະ­ຕູ​ຂອງ​ເດີ່ນ​ຊັ້ນ​ໃນ
20 ໃນ​ວັນ­ທີ​ເຈັດ​ຂອງ​ເດືອນ​ນັ້ນ ເຈົ້າ​ຈົ່ງ​ເຮັດ​ເຊັ່ນ​ດຽວ​ກັນ ເພື່ອ​ຜູ້​ໜຶ່ງ​ຜູ້­ໃດ​ທີ່​ເຮັດ​ບາບ​ດ້ວຍ​ການ​ຫລົງ­ຜິດ ຫລື​ຄວາມ​ຮູ້​ເທົ່າ​ບໍ່​ເຖິງ​ການ ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ເຮັດ­ການ​ລຶບ­ລ້າງ​ມົນ­ທິນ​ພຣະ­ວິ­ຫານ