lo_ezk_text_ulb_l3/43/13.txt

2 lines
1005 B
Plaintext

\v 13 \v 14 ຕໍ່­ໄປ​ນີ້​ເປັນ​ຂະ­ໜາດ​ຂອງ​ແທ່ນ​ບູ­ຊາ​ວັດ­ແທກ​ເປັນ​ສອກ ສອກ​ໜຶ່ງ​ຄື​ຄວາມ​ຍາວ​ໜຶ່ງ​ສອກ​ກັບ​ໜຶ່ງ​ຄືບ ພື້ນ­ຖານ​ສູງ​ໜຶ່ງ​ສອກ ແລະ​ກວ້າງ​ໜຶ່ງ​ສອກ ບ່ອນ​ຂອບ​ມີ​ຮາງ​ຄືບ​ໜຶ່ງ ແລະ​ຄວາມ​ສູງ​ຂອງ​ແທ່ນ​ບູ­ຊາ​ເປັນ​ດັ່ງ­ນີ້
14 ຈາກ​ພື້ນ­ຖານ​ທີ່­ຢູ່​ເທິງ​ດິນ​ມາ​ເຖິງ​ຂ້າງ​ລຸ່ມ​ສູງ​ສອງ​ສອກ ກວ້າງ​ໜຶ່ງ​ສອກ ຈາກ​ຂັ້ນ​ນ້ອຍ​ໄປ​ເຖິງ​ຂັ້ນ​ໃຫຍ່​ສູງ​ສີ່​ສອກ ກວ້າງ​ໜຶ່ງ​ສອກ