lo_ezk_text_ulb_l3/43/06.txt

3 lines
2.7 KiB
Plaintext

\v 6 \v 7 \v 8 ຂະ­ນະ​ທີ່​ຊາຍ​ຄົນ​ນັ້ນ​ຍັງ​ຢືນ­ຢູ່​ທີ່​ຂ້າງ​ຂ້າ­ພະ­ເຈົ້າ ຂ້າ­ພະ­ເຈົ້າ​ໄດ້­ຍິນ​ພຣະ­ອົງ​ກ່າວ​ກັບ​ຂ້າ­ພະ­ເຈົ້າ​ດັງ​ອອກ​ມາ​ຈາກ​ພຣະ­ວິ­ຫານ
ແລະ​ພຣະ­ອົງ​ກ່າວ​ກັບ​ຂ້າ­ພະ­ເຈົ້າ​ວ່າ “ບຸດ​ແຫ່ງ​ມະ­ນຸດ​ເອີຍ ບັນ­ລັງ​ຂອງ​ເຮົາ ແລະ​ສະ­ຖານ­ທີ່​ວາງ​ຕີນ​ຂອງ​ເຮົາ​ຢູ່​ບ່ອນ­ນີ້ ເປັນ​ບ່ອນ​ທີ່​ເຮົາ​ຈະ​ຢູ່​ທ່າມ­ກາງ​ຊົນ­ຊາດ​ອິສຣາເອນ​ເປັນ­ນິດ ແລະ​ເຊື້ອ­ສາຍ​ອິສຣາເອນ​ຈະ​ບໍ່​ເຮັດ­ໃຫ້​ນາມ​ອັນ​ບໍ­ລິ­ສຸດ​ຂອງ​ເຮົາ ເປັນ​ມົນ­ທິນ​ອີກ ໂດຍ​ຕົວ​ຂອງ​ພວກ­ເຂົາ​ເອງ ຫລື​ກະ­ສັດ​ຂອງ​ພວກ­ເຂົາ ດ້ວຍ​ການ​ຫລິ້ນ­ຊູ້​ຂອງ​ພວກ­ເຂົາ ແລະ​ດ້ວຍ​ສົບ​ແຫ່ງ​ກະ­ສັດ​ຂອງ​ພວກ­ເຂົາ​ໃນ​ສະ­ຖານ­ທີ່​ນະ­ມັດ­ສະ­ການ​ສູງ​ສຸດ
8 ໂດຍ​ການ​ວາງ​ທາງ​ເຂົ້າ​ປະ­ຕູ​ຂອງ​ພວກ­ເຂົາ​ໄວ້​ຂ້າງ​ທາງ​ເຂົ້າ​ປະ­ຕູ​ຂອງ​ເຮົາ ໂດຍ​ການ­ຕັ້ງ​ເສົາ​ປະ­ຕູ​ຂອງ​ພວກ­ເຂົາ ໄວ້​ຂ້າງ​ເສົາ​ປະ­ຕູ​ຂອງ​ເຮົາ ມີ​ພຽງ​ຝາ​ກັ້ນ​ໄວ້​ລະ­ຫວ່າງ​ເຮົາ​ກັບ​ພວກ­ເຂົາ​ເທົ່າ​ນັ້ນ ພວກ­ເຂົາ​ໄດ້​ເຮັດ­ໃຫ້​ນາມ​ບໍ­ລິ­ສຸດ​ຂອງ​ເຮົາ​ເປັນ​ມົນ­ທິນ​ດ້ວຍ​ການ​ອັນ​ໜ້າ​ກຽດ­ຊັງ​ຂອງ​ພວກ­ເຂົາ​ຊຶ່ງ​ພວກ­ເຂົາ​ທັງ­ຫລາຍ​ໄດ້​ເຮັດ ດັ່ງ­ນັ້ນ ເຮົາ​ຈຶ່ງ​ເຜົາ​ຜານ​ພວກ­ເຂົາ​ດ້ວຍ​ຄວາມ​ຄຽດ​ຮ້າຍ​ຂອງ​ເຮົາ