lo_ezk_text_ulb_l3/43/03.txt

3 lines
1.4 KiB
Plaintext

\v 3 \v 4 \v 5 ນິ­ມິດ​ທີ່­ຂ້າ­ພະ­ເຈົ້າ​ເຫັນ​ນັ້ນ​ກໍ​ເໝືອນ​ກັບ​ນິ­ມິດ​ທີ່­ຂ້າ­ພະ­ເຈົ້າ​ເຫັນ​ເມື່ອ​ພຣະ­ອົງ​ສະ­ເດັດ​ມາ​ທຳ­ລາຍ​ເມືອງ​ນັ້ນ ແລະ​ເໝືອນ​ກັບ​ນິ­ມິດ​ທີ່­ຂ້າ­ພະ­ເຈົ້າ​ໄດ້​ເຫັນ​ທີ່​ແຄມ​ແມ່­ນ້ຳ​ເກ­ບາ ແລະ​ຂ້າ­ພະ­ເຈົ້າ​ກໍ​ກົ້ມ​ໜ້າ​ຂອງ​ຂ້າ­ພະ­ເຈົ້າ​ລົງ​ເຖິງ​ດິນ
4 ສະ­ຫງ່າ­ລາ­ສີ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ເຂົ້າ­ໄປ​ໃນ​ພຣະ­ວິ­ຫານ​ທາງ​ປະ­ຕູ​ທີ່​ຫັນ​ໄປ​ທາງ​ທິດ­ຕາ­ເວັນ­ອອກ
5 ພຣະ­ວິນ­ຍານ​ກໍ​ຍົກ​ຂ້າ­ພະ­ເຈົ້າ​ຂຶ້ນ ແລະ​ນຳ​ຂ້າ­ພະ­ເຈົ້າ​ມາ​ທີ່​ເດີ່ນ​ຊັ້ນ​ໃນ ແລະ​ເບິ່ງ​ແມ ສະ­ຫງ່າ­ລາ­ສີ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ກໍ​ເຕັມ​ພຣະ­ວິ­ຫານ