lo_ezk_text_ulb_l3/42/01.txt

3 lines
1.2 KiB
Plaintext

\c 42 \v 1 \v 2 \v 3 ແລ້ວ​ເພິ່ນ​ກໍ​ພາ​ຂ້າ­ພະ­ເຈົ້າ​ມາ​ເຖິງ​ເດີ່ນ​ຊັ້ນ​ນອກ ຊື່​ທິດ­ເໜືອ ແລະ​ນຳ​ຂ້າ­ພະ­ເຈົ້າ​ມາ​ເຖິງ​ຫ້ອງ​ຊຶ່ງ​ຢູ່​ກົງ­ກັນ­ຂ້າມ​ກັບ​ເດີ່ນ ແລະ​ກົງ­ກັນ­ຂ້າມ​ກັບ​ຕຶກ​ທາງ​ດ້ານ​ທິດ­ເໜືອ
2 ຄວາມ​ຍາວ​ຂອງ​ຕຶກ​ທີ່­ຢູ່​ໜ້າ​ປະ­ຕູ​ທາງ​ດ້ານ​ເໜືອ​ນັ້ນ​ເປັນ​ໜຶ່ງ​ຮ້ອຍ​ສອກ ແລະ​ກວ້າງ​ຫ້າ​ສິບ​ສອກ
ຕິດ­ຕໍ່​ກັບ​ສ່ວນ​ທີ່​ຊາວ​ສອກ​ຊຶ່ງ​ເປັນ​ສ່ວນ​ຂອງ​ເດີ່ນ​ຊັ້ນ​ໃນ ຫັນ​ໜ້າ​ເຂົ້າ​ສູ່​ພື້ນ​ຫີນ​ຊຶ່ງ​ເປັນ​ສ່ວນ​ຂອງ​ເດີ່ນ​ຂ້າງ​ນອກ ເປັນ​ລະ­ບຽງ​ຊ້ອນ​ລະ­ບຽງ​ສາມ​ຊັ້ນ