lo_ezk_text_ulb_l3/41/15.txt

3 lines
1.4 KiB
Plaintext

\v 15 \v 16 \v 17 ລ້ວ​ເພິ່ນ​ກໍ​ວັດ­ແທກ​ຄວາມ​ຍາວ​ຂອງ​ຕຶກ​ຊຶ່ງ​ຫັນ​ໜ້າ​ໄປ​ສູ່​ເດີ່ນ​ທີ່­ຢູ່​ທາງ​ຫລັງ ພ້ອມ​ທັງ​ຝາ​ຂ້າງໆ ຍາວ​ໜຶ່ງ​ຮ້ອຍ​ສອກ ຫ້ອງ​ໂຖງ​ຂອງ​ພຣະ­ວິ­ຫານ​ນັ້ນ ແລະ​ເດີ່ນ​ຂອງ​ລະ­ບຽງ
16 ທັງ​ທາງ​ເຂົ້າ​ປະ­ຕູ ປ່ອງ­ຢ້ຽມ ແລະ​ຝາ​ຮອບ​ທັງ​ສາມ​ຊັ້ນ​ຊຶ່ງ​ຢູ່​ກົງ­ກັນ­ຂ້າມ​ປະ­ຕູ ມີ​ໄມ້​ຕິດ​ຢູ່​ໂດຍ​ຮອບ​ຕັ້ງ­ແຕ່​ພື້ນ​ເຖິງ​ປ່ອງ­ຢ້ຽມ ແລະ​ປ່ອງ­ຢ້ຽມ​ນີ້​ກໍ​ຄຸມ​ໄວ້
17 ປ່ອງ​ຂອງ​ພຣະ­ວິ­ຫານ​ຈົນ​ເຖິງ​ທີ່­ຢູ່​ເໜືອ​ປະ­ຕູ ເຖິງ​ແມ່ນ​ເປັນ​ຫ້ອງ​ຊັ້ນ​ໃນ ແລະ​ຂ້າງ​ນອກ ແລະ​ເທິງ​ຝາ​ໂດຍ​ຮອບ​ບ່ອນ​ຫ້ອງ​ຊັ້ນ​ໃນ ແລະ​ຫ້ອງ​ໂຖງ ກໍ​ເຮັດ​ໂດຍ​ການ​ວັດ­ແທກ