lo_ezk_text_ulb_l3/40/11.txt

3 lines
1.1 KiB
Plaintext

\v 11 \v 12 \v 13 ແລ້ວ​ເພິ່ນ​ຈຶ່ງ​ວັດ­ແທກ​ຄວາມ​ກວ້າງ​ຊ່ອງ​ເປີດ​ຂອງ​ທາງ​ເຂົ້າ​ຫໍ​ປະ­ຕູ​ໄດ້​ສິບ​ສອກ ແລະ​ຄວາມ​ຍາວ​ຂອງ​ຫໍ​ປະ­ຕູ​ສິບ​ສາມ​ສອກ
12 ໜ້າ​ຫ້ອງ​ຍາມ​ນັ້ນ​ມີ​ເຄື່ອງ​ກັ້ນ​ເບື້ອງ​ລະ​ໜຶ່ງ​ສອກ ແລະ​ຫ້ອງ​ຍາມ​ນັ້ນ​ຍາວ​ເບື້ອງ​ລະ​ຫົກ​ສອກ
13 ແລ້ວ​ເພິ່ນ​ກໍ​ວັດ­ແທກ​ຫໍ​ປະ­ຕູ​ຈາກ​ຫລັງ­ຄາ​ຂອງ​ຫ້ອງ​ຍາມ​ຫ້ອງ​ໜຶ່ງ​ໄປ​ຍັງ​ຫລັງ­ຄາ​ຂອງ​ຫ້ອງ​ຍາມ​ອີກ​ຫ້ອງ​ໜຶ່ງ ໄດ້​ກວ້າງ​ຊາວ​ຫ້າ​ສອກ ຈາກ​ທາງ​ເຂົ້າ​ໜຶ່ງ​ໄປ​ຍັງ​ອີກ​ທາງ​ເຂົ້າ​ໜຶ່ງ