lo_ezk_text_ulb_l3/38/14.txt

3 lines
1.9 KiB
Plaintext

\v 14 \v 15 \v 16 ເພາະ­ສະ­ນັ້ນ ບຸດ​ແຫ່ງ​ມະ­ນຸດ​ເອີຍ ຈົ່ງ​ປະ­ກາດ​ພຣະ­ທຳ ແລະ​ກ່າວ​ກັບ​ໂຄ​ກວ່າ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ໃນ​ມື້​ນັ້ນ ເມື່ອ​ອິສຣາເອນ​ປະ­ຊາ­ຊົນ​ຂອງ​ເຮົາ​ອາ­ໄສ​ຢູ່​ຢ່າງ​ປອດ­ໄພ​ແລ້ວ ເຈົ້າ​ຈະ​ບໍ່­ໄດ້​ຮູ້​ບໍ
15 ເຈົ້າ​ຈະ​ມາ​ຈາກ​ບ່ອນ​ຂອງ​ເຈົ້າ​ຊຶ່ງ​ຢູ່​ທາງ​ເໜືອ​ສຸດ ທັງ​ເຈົ້າ ແລະ​ຊົນ­ຊາດ​ທັງ­ຫລາຍ​ທີ່­ຢູ່​ກັບ​ເຈົ້າ ທຸກ​ຄົນ​ຂີ່​ມ້າ​ເປັນ​ກອງ­ທັບ​ໃຫຍ່ ເປັນ​ກອງ­ທັບ​ທີ່​ມີ​ກຳ­ລັງ​ຫລາຍ
16 ເຈົ້າ​ຈະ​ມາ​ຕໍ່­ສູ້​ອິສຣາເອນ​ປະ­ຊາ­ຊົນ​ຂອງ​ເຮົາ ເໝືອນ​ຢ່າງ​ເມກ​ປົກ​ຄຸມ​ແຜ່ນ­ດິນ ເຮົາ​ຈະ​ນຳ​ເຈົ້າ​ມາ​ຕໍ່­ສູ້​ກັບ​ແຜ່ນ­ດິນ​ຂອງ​ເຮົາ ເພື່ອ​ປະ­ຊາ­ຊາດ​ທັງ­ຫລາຍ​ຈະ​ຮູ້­ຈັກ​ເຮົາ ໂຄກ​ເອີຍ ເມື່ອ​ເຮົາ​ໄດ້​ສະ­ແດງ​ຄວາມ​ບໍ­ລິ­ສຸດ​ຂອງ​ເຮົາ​ທ່າມ­ກາງ​ເຈົ້າ​ຕໍ່­ໜ້າ­ຕໍ່­ຕາ​ພວກ­ເຂົາ