lo_ezk_text_ulb_l3/38/10.txt

3 lines
1.7 KiB
Plaintext

\v 10 \v 11 \v 12 ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ຕໍ່​ມາ​ໃນ​ເວ­ລາ​ນັ້ນ ຈະ​ບັງ­ເກີດ​ຄວາມ​ຄິດ​ໃນ​ໃຈ​ຂອງ​ເຈົ້າ ແລະ​ເຈົ້າ​ຈະ​ຄິດ​ແຜນ­ການ​ຊົ່ວ
11 ແລະ​ຈະ​ກ່າວ​ວ່າ ‘ເຮົາ​ຈະ​ຍົກ​ກອງ­ທັບ​ໄປ​ຍັງ​ແຜ່ນ­ດິນ​ທີ່​ຊົນ­ນະ­ບົດ​ບໍ່­ມີ​ກຳ­ແພງ​ອ້ອມ ເຮົາ​ຈະ​ໂຈມ­ຕີ​ປະ­ຊາ­ຊົນ​ທີ່​ສະ­ຫງົບ ຊຶ່ງ​ອາ­ໄສ​ຢູ່​ຢ່າງ​ປອດ­ໄພ ທຸກ​ຄົນ​ອາ­ໄສ​ຢູ່​ໂດຍ​ບໍ່­ມີ​ກຳ­ແພງ ບໍ່­ມີ​ສິ່ງ​ກີດ­ຂວາງ ບໍ່­ມີ​ປະ­ຕູ’
12 ເພື່ອ­ຈະ​ຍາດ​ຊີງ​ເອົາ​ເຄື່ອງ​ຂອງ ປຸ້ນ​ເອົາ​ໄປ ເພື່ອ­ຈະ​ເຂົ້າ​ຍຶດ​ບ່ອນ​ທີ່​ຖິ້ມ​ໃຫ້​ຮ້າງ​ເປົ່າ ຊຶ່ງ​ຂະ­ນະ​ນີ້​ມີ­ຄົນ​ອາ­ໄສ​ຢູ່ ແລະ​ປະ­ຊາ­ຊົນ​ຊຶ່ງ​ຮວບ­ຮວມ​ຈາກ​ບັນ­ດາ​ປະ­ຊາ­ຊາດ ຜູ້​ທີ່​ໄດ້​ສັດ ແລະ​ສິ່ງ​ຂອງ​ຄື​ຜູ້​ອາ­ໄສ​ຢູ່­ໃນ​ທ່າມ­ກາງ​ແຜ່ນ­ດິນ