lo_ezk_text_ulb_l3/38/07.txt

3 lines
1.9 KiB
Plaintext

ເຈົ້າ ແລະ​ບັນ­ດາ​ກອງ­ທັບ​ຊຶ່ງ​ປະ­ຊຸມ​ຢູ່​ກັບ​ເຈົ້າ ຈົ່ງ​ຕຽມ​ຕົວ​ພ້ອມ ແລະ​ໃຫ້​ພ້ອມ​ໄວ້​ສະ­ເໝີ ຈົ່ງ​ເປັນ​ຍາມ​ເຝົ້າ​ພວກ­ເຂົາ​ທັງ­ຫລາຍ
8 ເມື່ອ​ລ່ວງ­ໄປ​ຫລາຍ​ມື້​ແລ້ວ ເຈົ້າ​ຈະ​ຕ້ອງ​ຖືກ​ເອີ້ນ​ຕົວ ໃນ​ປີ​ຫລັງໆ ເຈົ້າ​ຈະ​ຍົກ​ເຂົ້າ­ໄປ​ຕໍ່­ສູ້​ກັບ​ແຜ່ນ­ດິນ​ຊຶ່ງ​ໄດ້​ຄືນ​ມາ​ຈາກ​ດາບ ເປັນ​ແຜ່ນ­ດິນ​ທີ່​ປະ­ຊາ­ຊົນ​ຮວບ​ຮວມ­ກັນ​ມາ​ຈາກ​ຊົນ­ຊາດ​ຫລາຍ​ຊາດ​ຢູ່​ທີ່​ເທິງ​ພູ­ເຂົາ​ອິສຣາເອນ ຊຶ່ງ​ເຄີຍ​ເປັນ​ບ່ອນ​ຮ້າງ​ເປົ່າ​ຢູ່​ຕະ­ຫລອດ­ໄປ­ເປັນ­ນິດ ປະ­ຊາ­ຊົນ​ຂອງ​ແຜ່ນ­ດິນ​ນັ້ນ​ອອກ​ມາ​ຈາກ​ຊົນ­ຊາດ​ອື່ນໆ ບັດ­ນີ້ ອາ­ໄສ​ຢູ່​ຢ່າງ​ປອດ­ໄພ​ແລ້ວ
9 ເຈົ້າ​ຈະ​ລຸກ​ອອກ​ໄປ ມາ​ເໝືອນ​ພາ­ຍຸ ເຈົ້າ​ຈະ​ເປັນ​ເໝືອນ​ເມກ​ປົກ​ຄຸມ​ແຜ່ນ­ດິນ ທັງ​ເຈົ້າ ແລະ​ກອງ­ທັບ​ທັງ​ໝົດ​ຂອງ​ເຈົ້າ ແລະ​ຊົນ­ຊາດ​ທັງ­ຫລາຍ​ທີ່­ຢູ່​ກັບ​ເຈົ້າ