lo_ezk_text_ulb_l3/37/24.txt

2 lines
1.2 KiB
Plaintext

\v 24 \v 25 ດາ­ວິດ​ຜູ້​ຮັບ­ໃຊ້​ຂອງ​ເຮົາ​ຈະ​ເປັນ​ກະ­ສັດ​ຂອງ​ພວກ­ເຂົາ ພວກ­ເຂົາ​ທັງ​ໝົດ​ຈະ​ມີ​ຜູ້­ປົກ­ຄອງ​ຜູ້​ດຽວ ແລະ​ຈະ​ປະ­ພຶດ​ຕາມ​ພຣະ­ໄທ​ຂອງ​ເຮົາ​ດ້ວຍ​ຄວາມ​ສັດຊື່.
25 ພວກ­ເຂົາ​ຈະ​ອາ­ໄສ​ຢູ່­ໃນ​ແຜ່ນ­ດິນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ຢາ­ໂຄບ ຜູ້​ຮັບ­ໃຊ້​ຂອງ​ເຮົາ ຄື​ແຜ່ນ­ດິນ​ທີ່​ບັນ­ພະ­ບູ­ລຸດ​ຂອງ​ພວກ­ເຂົາ​ໄດ້​ອາ­ໄສ​ຢູ່ນັ້ນ ພວກ­ເຂົາ​ພ້ອມ​ທັງ​ລູກ­ຫລານ​ທັງ​ໝົດ​ຈະ​ຢູ່​ທີ່​ນັ້ນ​ຕະ­ຫລອດ​ໄປ ດາ­ວິດ​ຜູ້​ຮັບ­ໃຊ້​ຂອງ​ເຮົາ​ກໍ​ຈະ​ປົກ­ຄອງ​ພວກ­ເຂົາ​ຕະ­ຫລອດ​ໄປ