lo_ezk_text_ulb_l3/36/19.txt

3 lines
1.7 KiB
Plaintext

\v 19 \v 20 \v 21 ເຮົາ​ຈິ່ງ​ເຮັດ­ໃຫ້​ພວກ­ເຂົາ​ຕ້ອງ​ພັດ­ພາກ​ຈາກ​ກັນ​ໄປ​ຢູ່­ໃນ​ທ່າມ­ກາງ​ປະ­ຊາ­ຊາດ​ຕ່າງໆ ໂດຍ​ໄດ້​ພິ­ພາກ­ສາ​ພວກ­ເຂົາ​ຕາມ​ວິ­ຖີ​ຊີ­ວິດ ແລະ​ການ​ກະ­ທຳ​ຂອງ​ພວກ­ເຂົາ​ເອງ.
20 ແຕ່​ເມື່ອ​ພວກ­ເຂົາ​ມາ­ຍັງ​ບັນ­ດາ​ປະ­ຊາ­ຊາດ ບໍ່​ວ່າ​ພວກ­ເຂົາ​ຈະ​ມາ​ທີ່​ໃດ​ກໍ​ຕາມ ພວກ­ເຂົາ​ໄດ້​ເຮັດ­ໃຫ້​ນາມ​ບໍ­ລິ­ສຸດ​ຂອງ​ເຮົາ​ເສື່ອມ​ເສຍ​ໄປ ຜູ້​ຄົນ​ທັງ­ຫລາຍ​ກໍ​ຈະ​ເວົ້າ​ກັນ​ວ່າ, “ຄົນ​ເຫລົ່າ​ນີ້​ເປັນ​ປະ­ຊາ­ກອນ​ຂອງ​ພຣະ­ເຈົ້າ ແຕ່​ເປັນ­ຫຍັງ​ຈັ່ງ​ອອກ​ໄປ​ຈາກ​ແຜ່ນ­ດິນ​ຂອງ​ພຣະ­ອົງ?”
21 ແຕ່​ເຮົາ​ຍັງ​ເປັນ​ຫ່ວງ​ນາມ​ບໍ­ລິ­ສຸດ​ຂອງ​ເຮົາ ຊຶ່ງ​ໄພ່​ພົນ​ອິສຣາເອນ​ເຮັດ­ໃຫ້​ເສື່ອມ​ເສຍ​ກຽດ​ທ່າມ­ກາງ​ປະ­ຊາ­ຊາດ​ທີ່​ພວກ­ເຂົາ​ໄດ້​ໄປ​ອາ​ໃສ​ຢູ່ນັ້ນ.