lo_ezk_text_ulb_l3/36/16.txt

3 lines
1.3 KiB
Plaintext

\v 16 \v 17 \v 18 16 ພຣະ­ທຳ​ຂອງ​ພຣະ­ເຈົ້າ ມາ​ເຖິງ​ຂ້າພະເຈົ້າ.
17 “ບຸດ​ແຫ່ງ​ມະ­ນຸດ​ເອີຍ ເມື່ອ​ພົງ­ພັນ​ຂອງ​ອິສຣາເອນ​ໄດ້​ມາ​ອາ​ໃສ​ຢູ່­ໃນ​ແຜ່ນ­ດິນ​ຂອງ­ຕົນ ພວກ­ເຂົາ​ໄດ້​ເຮັດ­ໃຫ້​ແຜ່ນ­ດິນ​ເປັນ​ມົນ­ທິນ ດ້ວຍ​ວິ­ທີ​ທາງ ແລະ​ການ​ກະ­ທຳ​ຂອງ​ພວກ­ເຂົາ​ທີ່​ມີ​ຕໍ່​ເຮົາ​ກໍ​ເໝືອນ​ມົນ­ທິນ​ອັນ​ເກີດ​ຈາກ​ລະດູ.
18 ເພາະ­ສະ­ນັ້ນ ເຮົາ​ຈິ່ງ​ລະ­ບາຍ​ຄວາມ​ຄຽດ​ຮ້າຍ​ຂອງ​ເຮົາ​ເໜືອ​ພວກ­ເຂົາ ດ້ວຍ​ເລື່ອງ​ໂລ­ຫິດ​ທີ່​ພວກ­ເຂົາ​ເຮັດ­ໃຫ້​ໄຫລ​ຕົກ​ເທິງ​ແຜ່ນ­ດິນ ແລະ​ເລື່ອງ​ຮູບ​ໂຄ­ລົບ​ທີ່​ພວກ­ເຂົາ​ເຮັດ­ໃຫ້​ແຜ່ນ­ດິນ​ນັ້ນ​ເປັນ​ມົນທິນ.