lo_ezk_text_ulb_l3/36/04.txt

3 lines
2.5 KiB
Plaintext

\v 4 \v 5 \v 6 ວ​ພູ​ທັງ­ຫລາຍ​ແຫ່ງ​ອິສຣາເອນ​ເອີຍ ເພາະ­ສະ­ນັ້ນ ຈົ່ງ​ຟັງ​ພຣະ­ທຳ​ຂອງ​ພຣະເຈົ້າ. ພຣະ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ແກ່​ຫົວ​ພູ​ແລະ​ຫ້ວຍ­ຮ່ອງ​ໜອງ​ບຶງ​ທັງ­ຫລາຍ​ທີ່​ຖືກ​ປະ­ຮ້າງ ແລະ​ຖິ້ມ​ເສຍ ອັນ​ເປັນ​ທີ່​ເຍາະ­ເຍີ້ຍ ແລະ​ນິນ­ທາ​ຈາກ​ປະ­ຊາ­ຊາດ​ທັງ­ປວງ​ທີ່​ຫ້ອມ​ລ້ອມ​ພວກ­ເຂົາ​ຢູ່.
5 ເພາະ­ສະ­ນັ້ນ ພຣະ­ເຈົ້າ​ຊົງ​ສັ່ງ​ຢ່າງ​ນີ້​ວ່າ ດ້ວຍ​ຄວາມ​ຫວງ​ແຫນ​ຢ່າງ​ຫລວງ­ຫລາຍ​ຂອງ​ເຮົາ ເຮົາ​ຈະ​ກ່າວ​ໂທດ​ປະ­ຊາ­ຊາດ​ທີ່​ເຫລືອ​ຢູ່ ແລະ​ແກ່​ເອ­ໂດມ ຜູ້​ທີ່​ມອບ​ແຜ່ນ­ດິນ​ຂອງ​ເຮົາ​ໃຫ້​ແກ່​ຕົນ­ເອງ​ເປັນ​ກຳ­ມະ­ສິດ​ດ້ວຍ​ຄວາມ​ຈອງ­ຫອງ​ພອງ​ຕົວ­ຢ່າງ​ເຕັມ​ໃຈ ແລະ​ໝິ່ນ­ປະ­ໝາດ​ຢ່າງ​ສຸດ­ຂີດ ເພື່ອ​ພວກ­ເຂົາ​ຈະ​ໄດ້​ໄລ່​ຄົນ​ໃນ​ແຜ່ນ­ດິນ​ນັ້ນ​ອອກ​ໄປ ແລະ​ປຸ້ນ​ເອົາ​ທຸກ​ສິ່ງ​ໄປ​ເສຍ.
6 ເພາະ­ສະ­ນັ້ນ ຈົ່ງ​ກ່າວ​ຄຳ​ທຳ​ນວຍ​ກ່ຽວ­ກັບ​ແຜ່ນ­ດິນ​ອິສຣາເອນ ຈົ່ງ​ກ່າວ​ແກ່​ຫົວ​ພູ​ທັງ­ຫລາຍ ແລະ​ຫ້ວຍ­ຮ່ອງ​ໜອງ​ບຶງ​ວ່າ ພຣະ­ເຈົ້າ​ຊົງ​ຕັດ​ສັ່ງ​ດັ່ງ­ນີ້ “ເບິ່ງ​ແມ ເຮົາ​ເວົ້າ​ດ້ວຍ​ຄວາມ​ຫວງ​ແຫນ ແລະ​ຄວາມ​ພິ­ໂລດ ເພາະ​ເຈົ້າ​ໄດ້​ທົນ​ຮັບ​ຄວາມ​ອັບ­ອາຍ​ຂາຍ­ໜ້າ​ຈາກ​ປະຊາຊາດ.”