lo_ezk_text_ulb_l3/33/27.txt

1 line
1.7 KiB
Plaintext

\v 27 ຈົ່ງ​ກ່າວກັບພວກເຂົາ​ວ່າ, ' ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້ວ່າ: ເຮົາມີຊີວິດຢູ່ແນ່ນອນຢ່າງໃດ​, ພວກຢູ່ປະ­ຊາ­ຊົນ​ທີ່​ອາ­ໄສ​ຢູ່­ໃນ​ຫົວ​ເມືອງ​ຮ້າງ​ຈະ​ຖືກ​ຂ້າ​ຕາຍດ້ວຍດາບ ແລະເຮົາຈະມອບພວກຢູ່ໃນກຳບັງເຂັ້ມແຂງ ຫລືຢູ່ໃນຖ້ຳກໍ​ຈະຕາຍດ້ວຍໂລກລະບາດສັນນັ້ນ. \v 28 ແລ້ວເຮົາ​ຈະ​ເຮັດ­ໃຫ້​ແຜ່ນດິນ​ຮ້າງ​ເປົ່າ​ ແລະຖືກຖື້ມ ແລະອານຸພາບອັນຍິ່ງຜະຍອງຂອງແຜ່ນດິນນັ້ນ ຈະສິ້ນລົງ, ພູ​ທັງ­ຫລາຍ​ໃນ​ອິດສະຣາເອນ​ຈະ​ເປັນ​ປ່າ​ຮ້າງ​ເປົ່າ ແລະຈະ​ບໍ່​ມີ­ຄົນເດີນ­ທາງ​ຜ່ານ­ໄປ​ມາ. \v 29 ດັ່ງນັ້ນ ພວກເຂົາາ​ຈຶ່ງ​ຈະ​ຮູ້­ວ່າ ເຮົາແມ່ນ​ພຣະຢາເວ.” ເມື່ອເຮົາ​ໄດ້ເຮັດໃຫ້ແຜ່ນດິນນັ້ນຮ້າງເປົ່າ ແລະຖືກຖິ້ມຮ້າງ, ເພາະສິ່ງຫນ້າລັງກຽດທັລຫມົດທີ່ພວກເຂົາໄດ້ເຮັດນັ້ນ.