lo_ezk_text_ulb_l3/33/14.txt

1 line
1.4 KiB
Plaintext

\v 14 ດັ່ງນັ້ນ ຖ້າ​ເຮົາກ່າວກັນຄົນ­ຊົ່ວ​ວ່າ​ " ເຂົາຈະຕາຍຢູ່ແນ່, " ແຕ່ແລ້ວຖ້າເຂົາຫັນກັບຈາກການ​ເຮັດ​ບາບຂອງເຂົາ​ ແລະເຮັດສິ່ງຍຸດຕິກຳ ແລະຄວາມຊອບທຳ- \v 15 ຖ້າຄົນຊົ່ວຍອມຄືນຂອງ​ຈຳ­ນຳ​ທີ່ເຂົາໄດ້ຮຽກຮ້ອວເອົາມາຢ່າງຊົ່ວຮ້າຍ ຫລືເຂົາຊົດໃຊ້ສິ່ງທີ່ເຂົາ​ລັກ​ ແລະຖ້າເຂົາດຳເນີນຕາມກົດເກນແຫ່ງຊີວິດ ແລະ ແລະ​ດຳເນີນຊີວິດທີ່ບໍ່ໄດ້ຜິດບາບອີກຕໍ່ໄປ-ແລ້ວເຂົາກໍຈະມີຊີວິດຢູ່ແນ່ນອນ ແລະເຂົາ​ຈະ​ບໍ່​ຕາຍ. \v 16 ບາບທັງຫມົດ ຊຶ່ງເຂົາໄດ້ເຮັດມາແລ້ວ ຈະບໍ່ຖືກຈົດຈຳໄວ້ກ່າວໂທດເຂົາ. ເຂົາໄດ້ເຮັດຄວາມຍຸດຕິທຳ ແລະຄວາມຊອບທຳແລ້ວ, ແລະຖ້າເຊັ່ນນັ້ນ, ເຂົາຈະມີຊີວິດແນ່ນອນ.