lo_ezk_text_ulb_l3/32/07.txt

1 line
968 B
Plaintext

\v 7 ແລ້ວເມື່ອ​ເຮົາ​ກຳຈັດເຈົ້າ, ເຮົາ​ຈະ​ປົກ​ຄຸມ​ທ້ອງຟ້າ​ໄວ້ ແລະ​ຈະເຮັດ­ໃຫ້​ດວງ​ດາວຂອງເຈົ້າ​ມືດ​ໄປ; ເຮົາ​ຈະ​ເອົາ​ເມກ​ບັງ​ດວງ​ຕາ­ເວັນ ແລະ​ດວງ­ເດືອນ​ຈະ​ບໍ່​ສ່ອງ­ແສງ. \v 8 ແສງ​ສຸກ­ໃສ​ທັງ​ຫມົດ​ຂອງທ້ອງຟ້າ​ນັ້ນ ເຮົາ​ຈະ​ເຮັດ­ໃຫ້​ມືດ​ຢູ່​ເຫນືອຕົວເຈົ້າ ແລະ​ເຮົາວາງ​ຄວາມ​ມືດ​ໄວ້​ເຫນືອ​ແຜ່ນ­ດິນ​ຂອງ​ເຈົ້າ-ນີ້ເປັນຄຳປະກາດຂອງພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​.