lo_ezk_text_ulb_l3/30/22.txt

1 line
1.6 KiB
Plaintext

\v 22 ເຫດ​ສະ­ນັ້ນ ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເບິ່ງ​ແມ! ເຮົາ​ເປັນ​ສັດ­ຕູ​ກັບ​ຟາ­ຣາ­ໂອ​ກະ­ສັດ​ແຫ່ງ​ເອ­ຢິບ. ເພາະເຮົາ​ຈະ​ຫັກ​ແຂນ​ຂອງ​ເຂົາ, ທັງ​ແຂນ​ທີ່​ຍັງ​ແຂງ­ແຮງ ແລະ​ແຂນ​ທີ່​ຫັກ​ແລ້ວ​ນັ້ນ ແລະເຮົາ​ຈະ​ເຮັດ­ໃຫ້​ດາບ​ຫລຸດ​ຈາກ​ມື​ຂອງ​ເຂົາ. \v 23 ແລ້ວເຮົາ​ຈະເຮັດໃຫ້ຄົນ​ເອ­ຢິບ​ກະ­ຈັດ­ກະ­ຈາຍ​ໄປ​ຢູ່​ທ່າມ­ກາງ​ປະ­ຊາ­ຊາດ ແລະ​ຈະ​ກະ­ຈາຍ​ພວກ­ເຂົາ​ໄປ​ຕາມ​ດິນແດນ​ຕ່າງໆ. \v 24 ເຮົາ​ຈະ​ເສີມ​ກຳ­ລັງ​ແຂນ​ຂອງ​ກະ­ສັດ​ແຫ່ງ​ບາ­ບີ­ໂລນ ແລະ​ເອົາ​ດາບ​ຂອງ​ເຮົາ​ໃສ່​ມື​ເຂົາ, ແຕ່​ເຮົາ​ຈະ​ຫັກ​ແຂນ​ຂອງ​ຟາ­ຣາ­ໂອ ແລະເຂົາ​ຈະ​ຮ້ອງ​ຄໍ່າຄວນ​ຕໍ່­ຫນ້າ​ກະສັດບາ­ບີ­ໂລນ​ເຫມືອນ​ສຽງຂອງຄົນ​ຖືກ​ບາດ­ເຈັບ​ໃກ້​ຈະ​ຕາຍ.