lo_ezk_text_ulb_l3/26/19.txt

2 lines
1.8 KiB
Plaintext

\v 19 ເພາະພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ:
ເມື່ອເຮົາເຮັດໃຫ້ເຈົ້າເປັນເມືອງຮ້າງ ເຫມືອນ​ຢ່າງ​ບັນດາເມືອງອຶ່ນໆ​ທີ່​ບໍ່​ມີ­ຄົນ​ອາ­ໄສ ເມື່ອ​ເຮົາ​ຈະ​ນຳ​ທະ­ເລ​ມາ​ຖ້ວມ​ເຈົ້າ ແລະ​ແມ່­ນ້ຳ​ຈະ​ຄຸມ​ເຈົ້າ​ໄວ້. \v 20 ແລ້ວ​ເຮົາ​ຈະ​ຊຸກ​ເຈົ້າ​ລົງ​ໄປ​ພ້ອມ­ກັບ​ຄົນ​ເຫລົ່າ­ນັ້ນ​ທີ່​ລົງ​ໄປ​ຍັງ​ຂຸມ​ຝັງ​ສົບເລິກ ເພາະເຮົາຈະເຮັດໃຫ້ເຈົ້າອາໃສຢູ່ໃນດິນແດນທີ່ຕໍ່າສຸດຂອງແຜ່ນດີນໂລກ ເຫມືອນຊາກຫັກພັງໃນ​ສະ­ໄຫມ​ເກົ່າແກ່. ດ້ວຍເຫດນີ້ ເຈົ້າ​ຈະ​ບໍ່ໄດ້ກັບມາ ແລະເຈົ້າຈະບໍ່ຢືນຢູ່ໃນແຜ່ນດິນຂອງຜູ້ມີຊີວິດອີກຕໍ່ໄປ. \v 21 ຈະ​ບໍ່­ມີ​ເຈົ້າ​ອີກ​ແລ້ວ ເຖິງ​ແມ່ນ​ໃຜ​ຈະ​ມາ​ຫາ​ເຈົ້າ ພວກ­ເຂົາ​ຈະ​ມາ​ຫາ​ເຈົ້າ​ບໍ່​ພົບ​ອີກ​ຕໍ່­ໄປ​ເປັນ­ນິດ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ​ນີ້­ແຫລະ”