lo_ezk_text_ulb_l3/26/12.txt

1 line
1.6 KiB
Plaintext

\v 12 ພວກເຂົາຈະປຸ້ນເອົາຊັບ­ສົມ­ບັດ​ຂອງ​ເຈົ້າ ແລະເຂົາ​ຈະ​ເອົາສິນຄ້າຕ່າງໆຂອງເຈົ້າໄປ. ພວກເຂົາ​ຈະ​ພັງ​ກຳ­ແພງ​ທັງຫລາຍຂອງ​ເຈົ້າ​ລົງ ແລະ​ຈະ​ທຳ­ລາຍ​ເຮືອນອັນຫລູຫລາຕ່າງໆ​ຂອງ​ເຈົ້າເສຍ. ບັນດາຫີນ, ບັນດາໄມ້ ແລະ​ຊາກຫັກພັງດິນ​ຂອງ​ເຈົ້າ​ນັ້ນ ­ເຂົາ​ຈະ​ໂຍນ​ຖິ້ມ​ລົງ​ກາງ​ນ້ຳທັງຫລາຍ, \v 13 ເຮົາຈະຢຸດສຽງ​ເພງ​ຕ່າງໆຂອງ​ເຈົ້າ​ເສຍ, ແລະເຮົາ​ກໍ​ຈະ­ຢຸດສຽງ​ພິນ​ຄູ່​ຂອງ​ເຈົ້າ​ຈະ​ບໍ່­ໄດ້​ຍິນ​ອີກຕໍ່ໄປ. \v 14 ເຮົາ​ຈະ​ເຮັດ­ໃຫ້​ເຈົ້າ​ເປັນຫີນຫົວໂລ້ນ, ​ເຈົ້າ​ຈະ​ເປັນ​ສະ­ຖານ­ທີ່​ສຳ­ລັບ​ຕາກ​ແຫມອງ, ເຈົ້າຈະ​ບໍ່­ຖືກ​ສ້າງ​​ໄຫມ່​ຂື້ນເລີຍ. ເພາະ​ເຮົາເອງ, ຄືພຣະຢາເວ​ໄດ້​ລັ່ນ​ຄຳ​ເວົ້າ​ແລ້ວ-ນີ້ເປັນຄຳປະກາດຂອງພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ.