lo_ezk_text_ulb_l3/25/08.txt

1 line
1.7 KiB
Plaintext
Raw Blame History

This file contains ambiguous Unicode characters

This file contains Unicode characters that might be confused with other characters. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 8 ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເພາະ​ໂມ­ອາບ ແລະ​ເສ­ອີ​ກ່າວ​ວ່າ, ‘ເບິ່ງ​ແມ! ເຊື້ອ­ສາຍ​ຢູ­ດາ​ກໍ​ເຫມືອນກັບ​ປະ­ຊາ­ຊາດ​ອື່ນໆ​ທັງ​ຫມົດ, \v 9 ເພາະ­ສະ­ນັ້ນ, ເບິ່ງ​ແມ! ເຮົາ​ຈະ​ເປີດ​ຊາຍແດນຂອງໂມ­ອາບ​ອອກເລີ່ມຈາກເມືອງຕ່າງໆ ຕາມຊາຍແດນ - ຄື​ບັນດາເມືອງຮຸ່ງເຮືອງແຫ່ງເມືອງ​ເບັດ-ເຢ­ຊີ­ໂມດ​, ເມືອງ​ບາ­ອານ-ເມ­ໂອນ ແລະ​ເມືອງ​ກີ­ຣິ­ອາດ­ທາ­ຢິມ- \v 10 ປະຊາຊົນທາງ​ທິດ­ຕາ­ເວັນຈະອອກຕໍ່ສູ້­ກັບຄົນ​ອຳ­ໂມນ, ແລ້ວເຮົາຈະມອບ​ອຳ­ໂມນເປັນກຳ­ມະ­ສິດ ເພື່ອ​ວ່າ​ຈະ​ບໍ່­ມີ​ໃຜ​ນຶກ​ເຖິງ​ຄົນ​ອຳ­ໂມນ​ອີກ​ໃນ​ທ່າມ­ກາງ​ບັນດາປະ­ຊາ­ຊາດ. \v 11 ດັ່ງນັ້ນ ​ເຮົາ​ຈະ​ພິ­ພາກ­ສາ​ລົງ­ໂທດ​ໂມ­ອາບ, ແລ້ວ​ພວກ­ເຂົາ​ທັງ­ຫລາຍ​ຈະ​ຮູ້­ວ່າ​ ເຮົາ​ແມ່ນ​ພຣະ­ຢາເວ.