lo_ezk_text_ulb_l3/21/18.txt

1 line
1.3 KiB
Plaintext

\v 18 ພຣະ­ຄຳ​ຂອງ​ພຣະ­ຜູ້­ເປັນ­ເຈົ້າ​ມາ​ເຖິງ​ຂ້ານ້ອຍ​ອີ​ກວ່າ, \v 19 “ບັດນີ້, ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ແຕ້ມຖະຫນົນ​​ສອງເສັ້ນ​ໃຫ້​ດາບ​ແຫ່ງ​ກະ­ສັດ​ບາ­ບີ­ໂລນ​ເຂົ້າ​ມາໄດ້. ຖະຫນົນ​ສອງ​ເສັ້ນນັ້ນເລີ່ມຕົ້ນຈາກແຜ່ນດິນດຽວກັນ ແລະ​ປ້າຍບອກທາງ ຈະບອກທາງທີ່ຈະນຳໄປສູ່ຕົວເມືອງ. \v 20 ຈົ່ງເຮັດເຄື່ອງຫມາຍອີກເສັ້ນທາງຫນຶ່ງສຳລັບກອງທັບຂອງບາ­ບີ­ໂລນທີ່ຈະໄປຍັງເມືອງ​ຣັບ­ບາ​ແຫ່ງ​ຄົນ​ອຳ­ໂມນ ແລະ​ຈົ່ງເຮັດເຄື່ອງຫມາຍອີກເສັ້ນທາງຫນຶ່ງທີ່ຈະໄປຍັງກອງທັບຂອງຢູດາ ກັບນະຄອນ​ເຢ­ຣູ­ຊາ­ເລັມ​ ຊຶ່ງມີປ້ອມປະການ.