lo_ezk_text_ulb_l3/20/42.txt

1 line
1.9 KiB
Plaintext

\v 42 ແລະເມື່ອ​ເຮົານຳເຈົ້າ​ເຂົ້າໃນ​ແຜ່ນ­ດິນ​ອິດສະຣາເອນ ເຂົ້າໄປຍັງແຜ່ນດິນທີ່ເຮົາໄດ້ຍົກມືປະຕິຍານໄວວ້າ ຈະຍົກໃຫ້ແກ່​ບັນ­ພະ­ບູ­ລຸດ​ຂອງພວກ​ເຈົ້າ, ແລ້ວພວກເຈົ້າຈະຮູ້ວ່າວ່າ ເຮົາແມ່ນພຣະຢາເວ. \v 43 ໃນ​ບ່ອນ­ນັ້ນ ພວກເຈົ້າ​ຈະ​ລະ­ນຶກ​ເຖິງວິທີ​ທາງອັນຊົ່ວຮ້າຍ ແລະ​ການ​ກະ­ທຳ​ທັງ​ຫມົດ​ຂອງ​ເຈົ້າ ຊຶ່ງ​ເຈົ້າ​ໄດ້​ເຮັດ­ໃຫ້​ຕົວ​ຂອງ​ເຈົ້າ​ເປັນ​ມົນ­ທິນ ແລະ​ພວກເຈົ້າຈະກຽດຊັງຕົວເຈົ້າເອງໃນ​ສາຍ­ຕາ​ຂອງ​ເຈົ້າ​ເອງ, ເພາະຄວາມຊົ່ວທັງຫລາຍຊຶ່ງເຈົ້າໄດ້ເຮັດນັ້ນ. \v 44 ດັ່ງນັ້ນພວກເຈົ້າຈະຮູ້ວ່າ ເຮົາແມ່ນພຣະຢາເວ ເມື່ອເຮົາໄດ້ເຮັດແບບນີ້ກັບເຈົ້າ ເພາະເຫັນແກ່ນາມຂອງເຮົາບໍ່ແມ່ນຕາມວິທີທາງອັນຊົ່ວຮ້າຍຂອງເຈົ້າ, ຫລືຕາມການກະທຳທີ່ເຊື່ອມກຽດຂອງເຈົ້າ, ໂອ ​ເຊື້ອສາຍອິດສະຣາເອນເອີຍ-ນີ້ເປັນຄຳປະກາດຂອງພຣະຢາເວອົງ​ພຣະ­ຜູ້­ເປັນ­ເຈົ້າ.”'