lo_ezk_text_ulb_l3/20/15.txt

1 line
1.8 KiB
Plaintext

\v 15 ດັ່ງນັ້ນ ເຮົາເອງກໍໄດ້ຍົກມືຂອງເຮົາ​ປະ­ຕິ­ຍານ​ຕໍ່​ພວກ­ເຂົາ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານດ້ວຍ​ວ່າ ເຮົາ​ຈະ​ບໍ່​ນຳ​ພວກ­ເຂົາ​ມາ​ໃນ​ແຜ່ນ­ດິນ​ຊຶ່ງ​ເຮົາ​ໄດ້​ໃຫ້​ແກ່​ພວກ­ເຂົາ ເປັນ​ແຜ່ນ­ດິນ​ທີ່​ມີ​ນ້ຳ​ນົມ ແລະ​ນ້ຳ­ເຜິ້ງ​ໄຫລ​ບໍ­ລິ­ບູນ, ມັນເປັນ​ເຄື່ອງປະດັບທີ່ສວຍທີ່ສຸດໃນບັນດາ​ແຜ່ນ­ດິນ​ທັງ­ຫລາຍ. \v 16 ເຮົາໄດ້ປະຕິຍານເພາະ​ພວກ­ເຂົາໄດ້​ປະ­ຕິ­ເສດ​ບໍ່​ຮັບ​ຂໍ້​ຕັດ­ສິນ​ຂອງ​ເຮົາ ແລະ​ບໍ່​ດຳ­ເນີນ​ຕາມພຣະທຳ​ຂອງ​ເຮົາ ແລະພວກເຂົາໄດ້ລົບລູ່ບັນດາ​ສະ­ບາ​ໂຕ​ຂອງ​ເຮົາ​ ເພາະ­ວ່າ​ຈິດ­ໃຈ​ຂອງ​ພວກ­ເຂົາ​ໄປ​ຕິດ­ຕາມ​ຮູບ​ເຄົາ­ລົບ​ຂອງ­ຕົນ. \v 17 ເຖິງ​ປານ​ນັ້ນ​ກໍ­ດີ ໃນ­ຕາ​ຂອງ​ເຮົາ​ກໍ​ຍັງ​ປາ­ນີ​ພວກ­ເຂົາ ຈາກການທຳລາຍຂອງພວກເຂົາ ແລະ​ເຮົາ​ບໍ່­ໄດ້​ທຳ­ລາຍ​ພວກ­ເຂົາສູນສີ້ນໄປໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ນັ້ນ.