lo_ezk_text_ulb_l3/18/14.txt

1 line
1.1 KiB
Plaintext

\v 14 ບັດ­ນີ້ ເບິ່ງແມ, ສົມ­ມຸດ​ວ່າ​ຄົນ​ຜູ້​ນີ້​ມີ​ລູກ­ຊາຍ​ຄົນຫນຶ່ງ ແລະລູກ­ຊາຍ​ຂອງເຂົາ ກໍໄດ້ເຫັນຄວາມບາບທັງຫລາຍທີ່ພໍ່ໄດ້ເຮັດ, ແລະແມ້ວ່າເຂົາໄດ້ເຫັນ, ແຕ່​ເຂົາກໍບໍ່­ໄດ້​ເຮັດ​ຕາມສິ່ງເຫລົ່ານັ້ນ. \v 15 ລູກຊາຍຄົນນັ້ນ ບໍ່ໄດ້ກິນອາຫານທີ່ສະຖານບູຊາເທິງພູເຂົາ ຫລືເຂົາບໍ່ໄດ້ຫລຽວເບິ່ງ​ຮູບ​ເຄົາ­ລົບ​ທັງຫລາຍຂອງເຊື້ອສາຍ​ອິດສະຣາເອນ, ແລະເຂົາບໍ່​ລໍ້­ລວງ​ຫລິ້ນ​ເມຍ​ຂອງ​ຄົນ​ອື່ນ, ຈະເວົ້າວ່າເຂົາເປັນຄົນແນວໃດ?