lo_ezk_text_ulb_l3/17/22.txt

1 line
1.3 KiB
Plaintext

\v 22 ພຣະຢາເວອົງ­ພຣະ­ຜູ້­ເປັນ­ເຈົ້າຊົງ​ກ່າວ​ດັ່ງ­ນີ້​ວ່າ: “ດັ່ງນັ້ນ ເຮົາ​ເອງ​ຈະ​ເອົາ​ຍອດ​ສູງ​ຂອງ​ຕົ້ນ​ແປກປັກ​ໄວ້, ແລະເຮົາ​ຈະ​ຫັກ​ກິ່ງ​ງ່າ​ອ່ອນ​ຂອງ​ມັນ​ອອກ​ຈາກຍອດຂອງມັນມາ ແລະ​ເຮົາ​ເອງ​ຈະ​ປູກ​ມັນ​ໄວ້​ເທິງ​ພູ­ເຂົາ​ສູງ ແລະ​ໃຫຍ່. \v 23 ແລະເຮົາ​ຈະ​ປູກ​ມັນ​ໄວ້​ເທິງ​ພູ­ເຂົາ​ສູງ​ຂອງ​ອິດສະຣາເອນ ເພື່ອ­ຈະ​ແຕກ​ກິ່ງ​ງ່າ ແລະ​­ເກີດ​ຜົນ, ແລະກາຍເປັນ­ຕົ້ນ​ແປກ​ທີ່​ດີເລີດ ດັ່ງນັ້ນ ​ນົກ​ທຸກ​ຊະ­ນິດ​ຈະ​ມາ​ອາ­ໄສ​ຢູ່​ກ້ອງ​ມັນ. ນົກ​ທຸກ​ຊະ­ນິດ​ຈະ​ມາ​ເຮັດ​ຮັງ​ຢູ່​ທີ່​ຮົ່ມ​ກິ່ງ­ກ້ານ​ຂອງ​ມັນ.