lo_ezk_text_ulb_l3/16/13.txt

1 line
1.3 KiB
Plaintext

\v 13 ດັ່ງນັ້ນ ເຈົ້າຖືກ​ປະ­ດັບ​ເຈົ້າ​ດ້ວຍ​ຄຳ ແລະ​ເງິນ, ແລະເຈົ້າໄດ້ຖືກແຕ່ງຕົວດ້ວຍເສື້ອ­ຜ້າ​ປ່ານ​ເນື້ອ​ລະ­ອຽດ, ຜ້າໃຫມ. ແລະ​ຜ້າ​ຖັກ​ແສ່ວ; ເຈົ້າ​ກິນ​ຍອດ​ແປ້ງ, ນ້ຳ­ເຜິ້ງ ແລະ​ນ້ຳ­ມັນ, ແລະເຈົ້າໄດ້ກາຍເປັນຄົນສວຍ​ງາມ​ເລີດ ແລະ​ເຈົ້າ​ໄດ້ກາຍເປັນ​ລາ­ຊິ­ນີ. \v 14 ຊື່­ສຽງ​ຂອງ​ເຈົ້າ​ກໍ​ຊ່າ­ລື​ໄປ​ໃນ​ທ່າມ­ກາງ​ປະ­ຊາ­ຊາດ ​ເພາະ​ຄວາມ­ງາມ​ຂອງ​ເຈົ້າ ດ້ວຍ​ຄວາມ­ງາມ​ນັ້ນ​ກໍ​ສົມ­ບູນ ເນື່ອງ​ຈາກ​ຄວາມ​ງົດ­ງາມ, ​ທີ່​ເຮົາ​ໄດ້​ທຸ້ມ­ເທ​ໃຫ້​ເຈົ້າ -ນີ້ເປັນຄຳປະກາດຂອງພຣະຢາເວພຣະ­ຜູ້­ເປັນ­ເຈົ້າ​.