lo_ezk_text_ulb_l3/08/17.txt

1 line
1.5 KiB
Plaintext

\v 17 ແລ້ວ​ພຣະ­ອົງ​ກ່າວ​ກັບ​ຂ້າ­ນ້ອຍ​ວ່າ, “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ເຈົ້າ​ເຫັນ​ແລ້ວ​ບໍ? ມັນເປັນ​ສິ່ງ​ເລັກ­ນ້ອຍ​ບໍ ທີ່​ເຊື້ອ­ສາຍ​ຢູ­ດາ​ເຮັດ­ການ​ອັນ​ຫນ້າ​ກຽດ­ຊັງ ຊຶ່ງ​ພວກ­ເຂົາ​ເຮັດ​ຢູ່​ບ່ອນ­ນີ້? ພວກ­ເຂົາ​ຈຶ່ງ​ເຮັດ­ໃຫ້​ແຜ່ນ­ດິນ​ເຕັມ​ໄປ​ດ້ວຍ​ຄວາມ​ຮຸນແຮງ ​ແລະ​ເຮັດ­ໃຫ້​ເຮົາ​ໂກດ​ຮ້າຍ​ຫລາຍ​ຂຶ້ນ, ເພາະວ່າພວກ­ເຂົາກຳລັງ​ເອົາ​ງ່າ­ໄມ້​ມາ​ແປະ​ດັງ​ຂອງ­ຕົນ. \v 18 ເພາະ­ສະ­ນັ້ນ ເຮົາ​ຈະຈັດການກັບພວກເຂົາ, ດວງຕາຂອງເຮົາຈະ​ບໍ່​ປາ­ນີ ແລະ​ເຮົາ​ຈະ​ບໍ່​ສົງ­ສານ, ເຖິງ­ແມ່ນ­ວ່າ​ພວກ­ເຂົາ​ຈະ​ຮ້ອງ​ດ້ວຍ​ສຽງ​ອັນ​ດັງ​ໃສ່​ຫູ​ຂອງ​ເຮົາ, ເຮົາ​ກໍ​ຈະ​ບໍ່​ຟັງ​ພວກ­ເຂົາ”