lo_ezk_text_ulb_l3/08/03.txt

1 line
1.5 KiB
Plaintext

\v 3 ແລ້ວຜູ້ນັ້ນໄດ້​ຍື່ນ​ສ່ວນ​ທີ່​ຄ້າຍມື​ນັ້ນ​ອອກ​ມາ​ ແລະໄດ້ຈັບ​ຜົມ­ຂອງ​ຂ້າ­ພະ­ເຈົ້າ​ກຳ​ຫນຶ່ງ; ແລະ​ພຣະ­ວິນ­ຍານ​ໄດ້ຊົງ​ຍົກ​ຂ້າ­ພະ­ເຈົ້າ​ຂຶ້ນ​ລະ­ຫວ່າງ​ໂລກ ແລະ​ສະ­ຫວັນ, ແລະໃນນິມິດ​ຂອງ​ພຣະ­ເຈົ້ານັ້ນ, ພຣະອົງໄດ້ຊົງພາ​ຂ້າ­ພະ­ເຈົ້າ​ມາ​ເຖິງ​ນະຄອນເຢ­ຣູ­ຊາ­ເລັມ ມາ­ຍັງ​ທາງ​ເຂົ້າ​ປະ­ຕູ​ທາງທິດ​ເຫນືອ​ຂອງ​ເດີ່ນ​ຊັ້ນ​ໃນ ຊຶ່ງ​ເປັນ​ທີ່​ຕັ້ງ​ຂອງ​ຮູບເຄົາລົບ ຊື່ງຍວະຍວນ ອັນ​ເຮັດ­ໃຫ້​ບັງ­ເກີດ​ຄວາມ​ອິດ­ສາຍິ່ງໃຫ່ຍ. \v 4 ແລ້ວ ເບິ່ງ​ແມ, ພຣະສະ­ຫງ່າ­ລາ­ສີ​ຂອງ​ພຣະ­ເຈົ້າ​ແຫ່ງ​ອິດສະຣາເອນ​ກໍ​ຢູ່​ບ່ອນ­ນັ້ນ, ເຫມືອນ​ນິ­ມິດ​ທີ່­ຂ້າ­ພະ­ເຈົ້າ​ໄດ້​ເຫັນ​ໃນ​ທົ່ງ­ພຽງນັ້ນ