lo_ezk_text_ulb_l3/07/14.txt

1 line
1.6 KiB
Plaintext

\v 14 ພວກ­ເຂົາ​ໄດ້​ເປົ່າ​ແກ​ແລ້ວ ແລະ​ໄດ້​ຕຽມ​ທຸກ​ຢ່າງ​ໄວ້​ພ້ອມ, ແຕ່​ບໍ່­ມີ​ໃຜຈະເດີນ​ເຂົ້າສູ່​ສົງ­ຄາມ; ຍ້ອນ​ວ່າຄວາມ​ພິ­ໂລດ​ຂອງ​ເຮົາ​ຢູ່​ເຫນືອ​ປະ­ຊາ­ຊົນ​ທັງ​ຫມົດ​. \v 15 ດາບ​ກໍ​ຢູ່​ຂ້າງ​ນອກ, ພະ­ຍາດ​ລະ­ບາດ ແລະ​ຄວາມ​ອຶດ­ຢາກ​ອາ­ຫານ​ກໍ​ຢູ່​ຂ້າງ​ໃນອາຄານ. ຄົນ​ທີ່­ຢູ່​ໃນ​ທົ່ງ­ນາ ຈະ​ຕາຍ​ດ້ວຍ​ດາບ, ແລະຂະນະຄວາມນ​ອຶດ­ຢາກ​ອາ­ຫານ​ ແລະ​ພະ­ຍາດ​ລະ­ບາດ ກໍກືນກິນຄົນເຫລົ່ານັ້ນທີ່ຢູ່​ໃນ​ເມືອງ​. \v 16 ແຕ່​ຜູ້​ລອດຊີວິດບາງຄົນ​ຈະ​ຫນີອອກຈາກທ່າມກາງພວກເຂົາ, ແລະ ພວກເຂົາທຸກຄົນຈະໄປຢູ່​ເທິງ​ພູ­ເຂົາ​ເຫມືອນ​ນົກ­ກາງເກ​ແຫ່ງ​ພູ­ເຂົາ, ພວກເຂົາທຸກ​ຄົນ​ກໍ​ຮ້ອງ​ຄວນ​ຄາງ-ແຕ່ລະຄົນຈະຮ້ອງ​ເພາະ​ຄວາມຜິດບາຍ​ຂອງ­ຕົນ.