lo_ezk_text_ulb_l3/06/11.txt

1 line
1.5 KiB
Plaintext

\v 11 ພຣະ­ຢາເວອົງ​ພຣະຜູ້ເປັນ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ “ຈົ່ງ​ຕົບ­ມື ແລະ​ທືບ​ຕີນ​ຂອງ​ເຈົ້າ! ແລະ​ກ່າວ​ວ່າ, ອະ​ນິດ​ຈັງ​ເອີຍ! ເພາະ​ບັນ­ດາ​ຄວາມ​ຊົ່ວ​ອັນ​ຫນ້າ​ກຽດ­ຊັງ​ຂອງ​ເຊື້ອ­ສາຍ​ອິດສະຣາເອນ! ເຫດ​ວ່າ​ພວກ­ເຂົາ​ທັງ­ຫລາຍ​ຈະ​ລົ້ມ­ລົງ​ດ້ວຍ​ດາບ, ດ້ວຍ​ຄວາມ​ອຶດ­ຢາກ​ອາ­ຫານ ແລະ​ດ້ວຍ​ພະ­ຍາດ​ລະ­ບາດ. \v 12 ຜູ້​ທີ່­ຢູ່​ຫ່າງ​ໄກ​ຈະ​ຕາຍ​ດ້ວຍ​ພະ­ຍາດ​ລະ­ບາດ, ແລະຜູ້​ທີ່­ຢູ່​ໃກ້​ກໍ​ຈະ​ລົ້ມ​ຕາຍ​ດ້ວຍຄົມ​ດາບ. ແລະ​ຜູ້​ທີ່​ເຫລືອ​ຢູ່ ແລະ​ລອດຊີວິດ ກໍ​ຈະ​ຕາຍ​ດ້ວຍ​ການ​ອຶດ­ຢາກ​ອາ­ຫານ. ດັ່ງນັ້ນແຫລະ ເຮົາ​ຈະ­ລະບາຍຄວາມໂກດຮ້າຍ​ຂອງ​ເຮົາ​ມີ​ຢູ່​ເທິງ​ພວກ­ເຂົາ​ຈົນ​ກວ່າ​ຈະ​ມອດ​ລົງ.