lo_ezk_text_ulb_l3/06/01.txt

2 lines
1.4 KiB
Plaintext

\c 6 \v 1 ພຮະຄຳຂອງພຣະ­ຢາເວຈົ້າ​ມາ​ເຖິງ​ຂ້ານ້ອຍ​ວ່າ, \v 2 “ບຸດ​ແຫ່ງ​ມະ­ນຸດ​ເອີຍ, ຈົ່ງ​ມຸ່ງ​ຫນ້າ​ຂອງ​ເຈົ້າ​ໄປ​ທີ່​ພູ­ເຂົາ​ທັງ­ຫລາຍ​ຂອງ​ອິດສະຣາເອນ ແລະ​ຈົ່ງ​ປະ­ກາດ​ພຣະ­ທຳ​ກ່າວ​ໂທດ​ພູ­ເຂົາເຫລົ່າ​ນັ້ນ.
\v 3 ຈົງ​ກ່າວ​ວ່າ ພູ­ເຂົາ​ທັງ­ຫລາຍ​ຂອງ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ພຣະ­ທຳ​ຂອງ​ອົງ­ພຣະ­ຢາເວພຣະ­ຜູ້ເປັນເຈົ້າ! ​ອົງ­ພຣະ­ຢາເວພຣະ­ຜູ້ເປັນເຈົ້າໄດ້ຊົງກ່າວ​ດັ່ງ­ນີ້​ແກ່​ພູ­ເຂົາ​ທັງ­ຫລາຍ, ແກ່​ໂນນ­ພູ, ແກ່ ຫ້ວຍ ແລະ​ແກ່ພູ­ເຂົາ​ທັງ­ຫລາຍ​ວ່າ: ເບິ່ງ​ແມ! ເຮົາ​ຈະ​ນຳ​ດາບ​ມາ​ເຫນືອພວກ​ເຈົ້າ, ແລະ​ເຮົາ​ຈະ​ທຳ­ລາຍ​ສະ­ຖານ­ທີ່​ບູ­ຊາ​ອັນ​ສູງ​ຂອງພວກ​ເຈົ້າເສຍ.