lo_ezk_text_ulb_l3/05/15.txt

1 line
2.1 KiB
Plaintext

\v 15 ດັ່ງນັ້ນ ເຢຣູຊາເລັມ ຈະກາຍເປັນສິ່ງຄົນອຶ່ນໆ​ປະ­ນາມ ແລະ​ເຍາະ­ເຍີ້ຍ, ເປັນ​ຄຳ​ສັ່ງ­ສອນ​ແລະ​ເປັນ​ທີ່​ຫນ້າ​ອັບ­ອາຍຂອງ​ປະ­ຊາ­ຊາດ​ທີ່­ຢູ່​ອ້ອມ­ຮອບ​ເຈົ້າ. ​ເຮົາ​ຈະ​ພິ­ພາກ­ສາ​ລົງ­ໂທດ​ເຈົ້າ​ດ້ວຍ​ຄວາມ​ໂກດ​ຮ້າຍ ແລະ​ຄວາມ​ຮ້ອນ­ຮົນ ແລະດ້ວຍການສັ່ງສອນ​ຢ່າງ​ໂກດ​ຮ້າຍ​ຂອງ​ເຮົາ. ເຮົາ​, ແມ່ນພຣະ­ຢາເວໄດ້​ລັ່ນ​ຄຳ​ເວົ້າ​ເຊັ່ນ​ນີ້​ແລ້ວ! \v 16 ເຮົາ​ຈະ​ປ່ອຍ​ລູກ​ຫນ້າ​ທະ­ນູ​ແຫ່ງ​ການ​ອຶດ­ຢາກ​ອາ­ຫານຕໍ່ເຈົ້າ, ແລ້ວຈະກາຍເປັນວິທີທີ່ ຊຶ່ງ​ເຮົາ​ຈະ​ປ່ອຍ​ໄປ​ທຳ­ລາຍ​ເຈົ້າ. ແລະ​​ເຮົາ​ເພີ່ມ​ການ​ອຶດ­ຢາກ​ອາ­ຫານ​ໃຫ້​ເຈົ້າ ແລະເຮົາທຳ­ລາຍ​ອາ­ຫານ​ຫລັກ​ຂອງພວກ​ເຈົ້າເສຍ. \v 17 ເຮົາ​ຈະ​ສົ່ງ​ຄວາມ​ອຶດ­ຢາກ​ອາ­ຫານ ແລະໄພພິບັດມາຍັງພວກເຈົ້າ ດັ່ງນັ້ນ ເຈົ້າຈະບໍ່ມີລູກ. ໄພພິບັດ ແລະການຫລັ່ງ​ເລືອດ​ຈະ​ຜ່ານຕົວ​ເຈົ້າ ແລະ​ເຮົາ​ຈະ​ນຳ​ດາບ​ມາ​ສູ່ເຈົ້າ- ເຮົາ​, ແມ່ນ​ພຣະຢາເວ­ຜູ້­​ໄດ້ກ່າວຄຳ​ເວົ້າ​ເຊັ່ນ​ນີ້​ແຫລະ”