lo_ezk_text_ulb_l3/05/11.txt

1 line
1.7 KiB
Plaintext

\v 11 ເພາະ­ສະ­ນັ້ນ, ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ-ພຣະ­ຢາເວອົງຜູ້­ເປັນ­ເຈົ້າ​ຊົງຈຶ່ງ​ກ່າວ​ວ່າ -ສິ່ງນີ້ແນ່ນອນວ່າ ເພາະ​ເຈົ້າ​ໄດ້​ເຮັດ­ໃຫ້​ສະ­ຖານ­ທີ່​ນະມັດສະການ​ຂອງ​ເຮົາ​ເປັນ​ມົນ­ທິນ​ດ້ວຍ​ສິ່ງ​ຫນ້າ​ກຽດ­ຊັງ​ທັງ​ຫມົດ​ຂອງ​ເຈົ້າ, ເຮົາ​ຈະ​ຕັດຈຳນວນຂອງ​ເຈົ້າ​ລົງ, ຄືສາຍຕາ​ຂອງ​ເຮົາ​ຈະ​ບໍ່​ປາ­ນີເຈົ້າ, ແລະເຮົາ​ຈະ​ບໍ່​ສົງ­ສານ​ເຈົ້າ​ອີກ. \v 12 ຫນຶ່ງ​ສ່ວນ​ສາມ​ຂອງພວກເຈົ້າຈະ​ຕາຍ​ເພາະ​ພະ­ຍາດ​ລະ­ບາດ, ​ແລະ​ຖກືເຜົາຜານ​ດ້ວຍ​ການ​ອຶດ­ຢາກ​ອາ­ຫານ​ໃນ​ທ່າມກາງຫມູ່​ພວກ​ເຈົ້າ. ອີກ​ຫນຶ່ງ​ສ່ວນ​ສາມ​ຈະ​ລົ້ມ​ຕາຍ​ດ້ວຍ​ດາບ​ຢູ່​ຮອບໆ​ເຈົ້າ. ແລະ​ອີກ​ຫນຶ່ງ​ສ່ວນ​ສາມ ເຮົາ​ຈະ­ໃຫ້​ກະ­ຈັດ­ກະ­ຈາຍ​ໄປ​ຕາມ​ລົມ​ທຸກ​ທິດທາງ ແລະ​ຈະ​ຖອດ​ດາບ​ອອກ​ໄລ່​ຕາມ​ພວກ­ເຂົາ​ທັງ­ຫລາຍ​ໄປດ້ວຍ.