1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 21 ສ່ວນເສົາປະຕູຂອງສະຖານນະມັດສະການບໍຣິສຸດເປັນສີ່ຫລ່ຽມຈັດຕຸລັດ. ຮູບຮ່າງຂອງເສົານັ້ນກໍເຫມືອນກັບຮູບຮ່າງຂອງອີກດ້ານຫນຶ່ງ. \v 22 ດ້ານຫນ້າຂອງສະຖານບໍຣິສຸດຂອງແທ່ນບູຊາ, ນັ້ນແຕ່ລະດ້ານເຮັດດ້ວຍໄມ້ສູງສາມສອກ ແລະ ຍາວສອງສອກ. ທັງເສົາແຈ, ຖານ ແລະ ໂຄງເຮັດດ້ວຍໄມ້. ແລ້ວຊາຍຄົນນັ້ນໄດ້ບອກຂ້ານ້ອຍວ່າ, “ນີ້ແມ່ນໂຕະຊຶ່ງຢູ່ຕໍ່ພຣະພັກຂອງພຣະຢາເວ.” \v 23 ມີປະຕູຄູ່ສຳລັບສະຖານນະມັດສະການບໍຣິສຸດທີ່ສຸດ ແລະ ບ່ອນທີ່ບໍຣິສຸດທີ່ສຸດ. \v 24 ປະຕູເຫລົ່ານັ້ນມີສອງບານ, ຄືບານພັບສອງບານ, ປະຕູຫນຶ່ງມີສອງບານ ແລະ ອີກປະຕູຫນຶ່ງມີສອງບານ. |