3 lines
2.1 KiB
Plaintext
3 lines
2.1 KiB
Plaintext
\v 15 \v 16 \v 17 ຈົ້າຈະເປັນທີ່ປະນາມ ແລະເຍາະເຍີ້ຍ ເປັນຄຳສັ່ງສອນແລະເປັນທີ່ໜ້າອັບອາຍແກ່ປະຊາຊາດທີ່ຢູ່ອ້ອມຮອບເຈົ້າ ເມື່ອເຮົາຈະພິພາກສາລົງໂທດເຈົ້າດ້ວຍຄວາມໂກດຮ້າຍ ແລະຄວາມຮ້ອນຮົນ ກັບການຕິຕຽນຢ່າງໂກດຮ້າຍຂອງເຮົາ ເຮົາພຣະຜູ້ເປັນເຈົ້າ ໄດ້ລັ່ນຄຳເວົ້າເຊັ່ນນີ້ແລ້ວ
|
|
16 ເມື່ອເຮົາຈະປ່ອຍລູກໜ້າທະນູແຫ່ງການອຶດຢາກອາຫານ ຄືລູກທະນູແຫ່ງການທຳລາຍໃນທ່າມກາງເຈົ້າ ຊຶ່ງເຮົາຈະປ່ອຍໄປທຳລາຍເຈົ້າ ແລະເມື່ອເຮົາເພີ່ມການອຶດຢາກອາຫານໃຫ້ເຈົ້າ ທຳລາຍອາຫານຫລັກຂອງເຈົ້າເສຍ
|
|
17 ເຮົາຈະສົ່ງຄວາມອຶດຢາກອາຫານ ແລະສັດປ່າຮ້າຍມາສູ້ເຈົ້າ ມັນຈະປຸ້ນລູກຫລານຂອງເຈົ້າໄປ ພະຍາດລະບາດ ແລະເລືອດຈະຜ່ານເຈົ້າ ແລະເຮົາຈະນຳດາບມາເໜືອເຈົ້າ ເຮົາແມ່ນພຣະຜູ້ເປັນເຈົ້າໄດ້ລັ່ນຄຳເວົ້າເຊັ່ນນີ້ແລ້ວ” |