lo_ezk_text_ulb_l3/05/11.txt

2 lines
1.6 KiB
Plaintext

\v 11 \v 12 ເພາະ­ສະ­ນັ້ນ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ຈຶ່ງ​ກ່າວ​ວ່າ ເຮົາ​ມີ­ຊີ­ວິດ​ຢູ່​ສັນ­ໃດ ເພາະ​ເຈົ້າ​ໄດ້​ເຮັດ­ໃຫ້​ສະ­ຖານ­ທີ່​ບໍ­ລິ­ສຸດ​ຂອງ​ເຮົາ​ເປັນ​ມົນ­ທິນ​ດ້ວຍ​ສິ່ງ​ໜ້າ​ກຽດ­ຊັງ​ທັງ​ໝົດ​ຂອງ​ເຈົ້າ ເຮົາ​ຈະ​ຕັດ​ເຈົ້າ​ລົງ ໃນ­ຕາ​ຂອງ​ເຮົາ​ຈະ​ບໍ່​ປາ­ນີ ເຮົາ​ຈະ​ບໍ່​ສົງ­ສານ​ເຈົ້າ​ອີກ
12 ພວກ​ເຈົ້າ​ໜຶ່ງ​ສ່ວນ​ສາມ​ຈະ​ຕາຍ​ເພາະ​ພະ­ຍາດ​ລະ­ບາດ​ແລະ​ຈິບ­ຫາຍ​ດ້ວຍ​ການ​ອຶດ­ຢາກ​ອາ­ຫານ​ໃນ​ໝູ່​ພວກ​ເຈົ້າ ອີກ​ໜຶ່ງ​ສ່ວນ​ສາມ​ຈະ​ລົ້ມ​ຕາຍ​ດ້ວຍ​ດາບ​ຢູ່​ຮອບ​ເຈົ້າ ແລະ​ອີກ​ໜຶ່ງ​ສ່ວນ​ສາມ ເຮົາ​ຈະ­ໃຫ້​ກະ­ຈັດ­ກະ­ຈາຍ​ໄປ​ຕາມ​ລົມ​ທຸກ​ທິດ ແລະ​ເຮົາ​ຈະ​ຖອດ​ດາບ​ອອກ​ໄລ່​ຕາມ​ພວກ­ເຂົາ​ທັງ­ຫລາຍ​ໄປ