1 line
1.7 KiB
Plaintext
1 line
1.7 KiB
Plaintext
\v 8 ແຕ່ພວກເຂົາໄດ້ກະບົດຕໍ່ເຮົາ ແລະບໍ່ຍອມເຊື່ອຟັງເຮົາ. ພວກເຂົາບໍ່ໄດ້ຖິ້ມສິ່ງທີ່ຫນ້າກຽດຊັງອອດໄປເສຍຈາກສາຍຂອງເຂົາ ແລະປະຖື້ມຮູບເຄົາລົບທັງຫລາຍຂອງເອຢິບ. ດັ່ງນັ້ນ ເຮົາກໍຕັ້ງໃຈທີ່ຈະລະບາຍຄວາມໂກດຂອງເຮົາອອກເຫນືອພວກເຂົາ ເພື່ອໃຫ້ສົມແກ່ຄວາມຮ້າຍຂອງເຮົາມີຕໍ່ພວກເຂົາຈົນມອດລົງໃນທ່າມກາງແຜ່ນດິນເອຢິບ. \v 9 ແຕ່ເຮົາກໍເຮັດເຫັນແກ່ນາມຂອງເຮົາເອງ ດັ່ງນັ້ນ ເຮົາຈະບໍ່ຍອມໃຫ້ນາມນັ້ນຖືກດູຫມິ່ນໃນສາຍຕາປະຊາຊາດ ຊຶ່ງພວກເຂົາອາໄສຢູ່ທີ່ນັ້ນ. ເຮົາຈຶ່ງໄດ້ສະແດງຕົວຂອງເຮົາຕໍ່ຫນ້າປະຊາຊາດໃຫ້ພວກເຂົາຮູ້ຈັກ ໃນການທີ່ເຮົາຄົນອິສຣາເອນອອກມາຈາກແຜ່ນດິນເອຢິບ. |