1 line
2.2 KiB
Plaintext
1 line
2.2 KiB
Plaintext
\v 26 ປະໂລຫິດຂອງພວກເຂົາໄດ້ລະເມີດພຣະບັນຍັດຂອງເຮົາແລະໄດ້ຫມິ່ນປະຫມາດສິ່ງບໍຣິສຸດຂອງເຮົາ. ພວກເຮົາກໍບໍ່ແຍກແຍະລະຫວ່າງບັນດາສິ່ງບໍຣິສຸດ ແລະ ສິ່ງທີ່ບໍໍ່ບໍຮິສຸດ, ແລະບໍ່ໄດ້ສອນຄວາມແຕກຕ່າງລະຫວ່າງສິ່ງທີ່ສະອາດ ແລະສິ່ງທີ່ເປັນມົນທິນ. ພວກເຂົາເຊື່ອງຫູເຊື່ອງຕາ ບໍ່ຮັກສາບັນດາສະບາໂຕຂອງເຮົາ. ດ້ວຍເຫດຜົນນີ້ ເຮົາຈຶ່ງຖືກລົບລູ່ດູຫມິ່ນໃນທ່າມກາງພວກເຂົາ. \v 27 ບັນດາເຈົ້າເມືອງໃນທ່າມກາງແຜ່ນດິນເປັນເຫມືອນຫມາປ່າທີ່ຈີກຊີ້ນຂອງເຫຍື່ອຂອງພວກມັນອອກ. ພວກເຂົາ ເຮັດໃຫ້ເກີດການຫລັ່ງເລືອດ ແລະທຳລາຍຊີວິດເພື່ອຈະເອົາກຳໄລອັນບໍ່ສັດຊື່ \v 28 ແລະບັນດາຜູ້ປະກາດພຣະຄຳຂອງແຜ່ນດິນນັ້ນກໍໂບກດ້ວຍປູນຂາວ; ພວກເຂົາເຫັນນິມິດບໍ່ຈິງ ແລະຄຳທຳນວາຍຂີ້ຕົວະແກ່ພວກເຂົາ. ພວກເຂົາກ່າວວ່າ, "ພຣະຢາເວອົງພຣະຜູ້ເປັນເຈົ້າຊົງກ່າວດັ່ງນີ້" ທັງທີ່ພຣະຢາເວບໍ່ໄດ້ກ່າວເລີຍ. |