lo_ezk_text_ulb_l3/23/22.txt

2 lines
1.2 KiB
Plaintext

\v 22 \v 23 22 ເພາະ­ສະ­ນັ້ນ ໂອ­ໂຮ­ລີ­ບາ​ເອີຍ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ “ເບິ່ງ​ແມ ເຮົາ​ຈະ​ຍົວະ­ເຍົ້າ ຄົນ​ຮັກ​ທີ່​ຈິດ­ໃຈ​ເຈົ້າ​ເບື່ອ​ຫນ່າຍ​ແລ້ວ​ນັ້ນ​ໃຫ້​ມາ​ສູ້​ເຈົ້າ ແລະ​ເຮົາ​ຈະ​ນຳ​ພວກ­ເຂົາ​ມາ​ສູ້​ເຈົ້າ​ຈາກ​ທຸກ​ດ້ານ
23 ມີ­ຄົນ​ບາ­ບີ­ໂລນ ຊາວ​ກັນ​ດາ​ທັງ​ຫມົດ ເປ­ໂກດ ໂຊ­ອາ ແລະ​ໂກ­ອາ ທັງ​ຄົນ​ອັດ­ຊີ­ເຣຍ​ທັງ​ຫມົດ​ດ້ວຍ ເປັນ​ຄົນ​ຫນຸ່ມ​ທີ່​ປາດ­ຖະ­ຫນາ ເຈົ້າ­ເມືອງ ຜູ້​ບັງ­ຄັບ​ບັນ­ຊາ​ທັງ​ຫມົດ ເປັນ​ນາຍ​ທະ­ຫານ ແລະ​ຜູ້​ມີ​ຊື່­ສຽງ ທຸກ​ຄົນ​ຂີ່​ມ້າ