lo_ezk_text_ulb_l3/20/18.txt

1 line
1.4 KiB
Plaintext

\v 18 ​ເຮົາໄດ້​ເວົ້າ­ກັບ​ລູກ­ຫລານ​ຂອງ​ພວກ­ເຂົາ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ​ນັ້ນ​ວ່າ, "ຢ່າ​ດຳ­ເນີນ​ຕາມ​ກົດ­ເກນ​ຂອງ​ບັນ­ພະ­ບູ­ລຸດ​ຂອງ​ເຈົ້າ ຫລື​ຮັກ­ສາ​ຂໍ້​ຕັດ­ສິນ​ຂອງ​ພວກ­ເຂົາ ຫລື​ເຮັດ​ຕົວ​ເຈົ້າ​ໃຫ້­ເປັນ​ມົນ­ທິນ​ດ້ວຍ​ບັນດາຮູບ​ເຄົາ­ລົບ. \v 19 ເຮົາຄືພຣະຢາເວ​ພຣະ­ເຈົ້າ​ຂອງ​ພວກເຈົ້າ, ຈົ່ງ​ດຳ­ເນີນ​ຕາມພຣະທຳຂອງ​ເຮົາ ແລະ​ຈົ່ງ​ຮັກ­ສາ​ຂໍ້​ຕັດ­ສິນ​ຂອງ​ເຮົາ ແລະ​ປະ­ພຶດ​ຕາມ. \v 20 ຈົ່ງ­ຮັກ­ສາ​ວັນ​ສະ­ບາ​ໂຕ​ຂອງ​ເຮົາໃຫ້ບໍຣິສຸດ ເພື່ອ­ຈະ​ເປັນ​ຫມາຍ​ສຳ­ຄັນ​ລະ­ຫວ່າງ​ເຮົາ​ກັບ​ເຈົ້າ ເພື່ອ​ເຈົ້າ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະຢາເວ​ພຣະ­ເຈົ້າ​ຂອງ​ພວກເຈົ້າ."