lo_ezk_text_ulb_l3/05/15.txt

3 lines
2.1 KiB
Plaintext

\v 15 \v 16 \v 17 ຈົ້າ​ຈະ​ເປັນ​ທີ່​ປະ­ນາມ ແລະ​ເຍາະ­ເຍີ້ຍ ເປັນ​ຄຳ​ສັ່ງ­ສອນ​ແລະ​ເປັນ​ທີ່​ໜ້າ​ອັບ­ອາຍ​ແກ່​ປະ­ຊາ­ຊາດ​ທີ່­ຢູ່​ອ້ອມ­ຮອບ​ເຈົ້າ ເມື່ອ​ເຮົາ​ຈະ​ພິ­ພາກ­ສາ​ລົງ­ໂທດ​ເຈົ້າ​ດ້ວຍ​ຄວາມ​ໂກດ​ຮ້າຍ ແລະ​ຄວາມ​ຮ້ອນ­ຮົນ ກັບ​ການ​ຕິ­ຕຽນ​ຢ່າງ​ໂກດ​ຮ້າຍ​ຂອງ​ເຮົາ ເຮົາ​ພຣະ­ຜູ້­ເປັນ­ເຈົ້າ ໄດ້​ລັ່ນ​ຄຳ​ເວົ້າ​ເຊັ່ນ​ນີ້​ແລ້ວ
16 ເມື່ອ​ເຮົາ​ຈະ​ປ່ອຍ​ລູກ​ໜ້າ​ທະ­ນູ​ແຫ່ງ​ການ​ອຶດ­ຢາກ​ອາ­ຫານ ຄື​ລູກ​ທະ­ນູ​ແຫ່ງ​ການ​ທຳ­ລາຍ​ໃນ​ທ່າມ­ກາງ​ເຈົ້າ ຊຶ່ງ​ເຮົາ​ຈະ​ປ່ອຍ​ໄປ​ທຳ­ລາຍ​ເຈົ້າ ແລະ​ເມື່ອ​ເຮົາ​ເພີ່ມ​ການ​ອຶດ­ຢາກ​ອາ­ຫານ​ໃຫ້​ເຈົ້າ ທຳ­ລາຍ​ອາ­ຫານ​ຫລັກ​ຂອງ​ເຈົ້າ​ເສຍ
17 ເຮົາ​ຈະ​ສົ່ງ​ຄວາມ​ອຶດ­ຢາກ​ອາ­ຫານ ແລະ​ສັດ­ປ່າ​ຮ້າຍ​ມາ​ສູ້​ເຈົ້າ ມັນ​ຈະ​ປຸ້ນ​ລູກ­ຫລານ​ຂອງ​ເຈົ້າ​ໄປ ພະ­ຍາດ​ລະ­ບາດ ແລະ​ເລືອດ​ຈະ​ຜ່ານ​ເຈົ້າ ແລະ​ເຮົາ​ຈະ​ນຳ​ດາບ​ມາ​ເໜືອ​ເຈົ້າ ເຮົາ​ແມ່ນ​ພຣະ­ຜູ້­ເປັນ­ເຈົ້າ​ໄດ້​ລັ່ນ​ຄຳ​ເວົ້າ​ເຊັ່ນ​ນີ້​ແລ້ວ”