lo_ezk_text_ulb_l3/13/20.txt

1 line
1.5 KiB
Plaintext

\v 20 ດ້ວຍ​ເຫດ​ນີ້ ພຣະ­ຢາເວອົງພຣະຜູ້­ເປັນ­ເຈົ້າ​ຊົງ​ກ່າວ​ດັ່ງ­ນີ້​ວ່າ: ເຮົາ​ຕໍ່­ສູ້ເວດມົນສະເຫນ່ທີ່​ພວກເຈົ້າ​ໃຊ້​ເພື່ອເຮັດໃຫ້ຊີວິດຂອງປະຊາຊົນຕົກເປັນເຫຍື່ອຢ່າງທີ່ພວກເຂົາໄລ່ລ່ານົກ. ແນ່ນອນ, ເຮົາ​ຈະ​ຈີກ​ຜ້າ​ຍັນ​ນັ້ນ​ເສຍ​ຈາກ​ແຂນ​ຂອງພວກ​ເຈົ້າ; ແລະ ຈາກປະຊາຊົນຜູ້ຊຶ່ງພວກເຈົ້າໄດ້ດັກຈັບເຫມືອນຈັບນົກ — ເຮົາຈະປ່ອຍໃຫ້ພວກເຂົາເປັນອິດສະຫລະ \v 21 ເຮົາຈະຈີກຜ້າ​ປົກຫົວ​ຂອງພວກ​ເຈົ້າ​​ເສຍ ແລະ ​ຊ່ວຍເຫລືອ​ປະ­ຊາ­ຊົນ​ຂອງ​ເຮົາ​ໃຫ້​ພົ້ນ​ຈາກ​ມື​ຂອງພວກ​ເຈົ້າ, ແລ້ວ​ພວກ­ເຂົາ​ຈະ​ບໍ່ຕົກ​ເປັນ​ເຫຍື່ອ​ໃນມືຂອງພວກເຈົ້າອີກຕໍ່ໄປ. ​ພວກເຈົ້າ​ຈະ​ຮູ້­ວ່າ​ເຮົາ​ແມ່ນ​ພຣະຢາເວ.