lo_ezk_text_ulb_l3/45/09.txt

4 lines
1.8 KiB
Plaintext

ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ດັ່ງ­ນີ້​ວ່າ ໂອ ບັນ­ດາ​ເຈົ້າ​ນາຍ​ແຫ່ງ​ອິສຣາເອນ​ເອີຍ ພໍ​ສາ ຈົ່ງ​ຖິ້ມ​ການ​ທາ­ລຸນ ແລະ​ການ­ບີບ​ບັງ­ຄັບ​ເສຍ ແລະ​ເຮັດ​ແຕ່​ຄວາມ­ຍຸດ­ຕິ­ທຳ ກັບ​ຄວາມ­ທ່ຽງ­ທຳ ອົງ­ພຣະ­ຜູ້­ເປັນ­ເຈົ້າ​ພຣະ­ເຈົ້າ​ກ່າວ​ວ່າ ຈົ່ງ​ຢຸດ​ການ​ຂັບ­ໄລ່​ປະ­ຊາ­ຊົນ​ຂອງ​ເຮົາ​ໃຫ້​ອອກ­ຈາກ​ທີ່​ດິນ​ອັນ​ເປັນ​ກຳ­ມະ­ສິດ​ຂອງ​ເຂົາ
10 ເຈົ້າ​ຈົ່ງ​ມີ​ຊີງ​ຊັ່ງ​ທີ່​ທ່ຽງ​ຕົງ​ເອ­ຟາ​ແລະ​ບາດ​ທີ່​ທ່ຽງ​ທຳ
11 ເອ­ຟາ​ແລະ​ບາດ​ນັ້ນ​ໃຫ້­ເປັນ​ຂະ­ໜາດ​ດຽວ​ກັນ ກ້ອນ​ບາດ​ໜຶ່ງ​ບັນ­ຈຸ​ໜຶ່ງ​ໃນ​ສິບ​ຂອງ​ໂຮ​ເມ ແລະ​ເອ­ຟາ​ກໍ​ບັນ­ຈຸ​ໜຶ່ງ​ໃນ​ສິບ​ຂອງ​ໂຮ​ເມ ໃຫ້​ໂຮ​ເມ​ເປັນ​ເຄື່ອງ​ວັດ­ແທກ​ມາດ­ຕະ­ຖານ
12 ເຊ​ເຂ​ໜຶ່ງ​ມີ​ຊາວ​ເກ­ຣະ ມີ​ເນ​ຂອງ​ເຈົ້າ​ກໍ​ໃຫ້​ມີ​ຊາວ​ເຊ​ເຂ ຊາວ​ຫ້າ​ເຊ​ເຂ ແລະ​ສິບ​ຫ້າ​ເຊ​ເຂ