lo_ezk_text_ulb_l3/45/06.txt

3 lines
1.9 KiB
Plaintext

\v 6 \v 7 ອີກ​ສ່ວນ​ໜຶ່ງ​ຊຶ່ງ​ຍາວ​ສອງ​ໝື່ນ​ຫ້າ​ພັນ​ສອກ ແລະ​ກວ້າງ​ໜຶ່ງ​ໝື່ນ​ສອກ​ນັ້ນ​ເປັນ​ບ່ອນ​ຂອງ​ຄົນ​ເລ­ວີ ຜູ້​ບົວ­ລະ­ບັດ​ຢູ່​ທີ່​ພຣະ­ວິ­ຫານ ໃຫ້­ເປັນ​ກຳ­ມະ­ສິດ​ຂອງ​ພວກ­ເຂົາ ໃຫ້​ມີ​ຫ້ອງ​ຊາວ​ຫ້ອງ
6 ໃກ້ໆ​ກັບ​ສ່ວນ​ທີ່​ຕັ້ງ​ໄວ້​ເປັນ​ບ່ອນ​ບໍ­ລິ­ສຸດ​ນັ້ນ ເຈົ້າ​ຈະ​ຕ້ອງ​ກຳ­ນົດ​ທີ່​ດິນ​ຕອນ​ໜຶ່ງ​ກວ້າງ​ຫ້າ​ພັນ​ສອກ ຍາວ​ສອງ​ໝື່ນ​ຫ້າ​ພັນ​ສອກ ໃຫ້­ເປັນ​ກຳ­ມະ­ສິດ​ຂອງ​ເມືອງ ໃຫ້­ເປັນ​ຂອງ​ເຊື້ອ­ສາຍ​ອິສຣາເອນ​ທັງ​ໝົດ
ແຜ່ນ­ດິນ​ທັງ​ສອງ​ຂ້າງ​ບ່ອນ​ບໍ­ລິ­ສຸດ ແລະ​ສ່ວນ​ຂອງ​ເມືອງ​ນັ້ນ ໃຫ້​ຍົກ​ເປັນ​ທີ່​ດິນ​ຂອງ​ເຈົ້າ​ນາຍ​ຄຽງ​ຂ້າງ​ກັບ​ບ່ອນ​ບໍ­ລິ­ສຸດ ສ່ວນ​ເມືອງ​ດ້ານ​ຕາ­ເວັນ­ຕົກ ແລະ​ຕາ­ເວັນ​ອອກ ມີ​ສ່ວນ​ຍາວ​ເທົ່າ​ກັບ​ສ່ວນ​ທີ່​ຍົກ​ໃຫ້​ຄົນ​ຕະ­ກູນ​ໜຶ່ງ ຍືດ​ອອກ​ໄປ​ຕາມ​ທາງ​ຕາ­ເວັນ­ຕົກ ແລະ​ທາງ​ຕາ­ເວັນ​ອອກ​ຂອງ​ເຂດ­ແດນ​ແຜ່ນ­ດິນ